ພິມ ພິມ

ສົ້ມໝູ

0

ສ່ວນປະສົມ

  • ຊີ້ນໝູ 3 ກກ.
  • ຫູໝູ 1 ກກ.
  • ໜັງໝູ 1 ກກ.
  • ເກຶອໃນໄຕຣ(ເກຶອທຳມະດາ) 110 ກລາມ.
  • ອິລິທໍເບັດ 10 ກລາມ.
  • ຟໍເຟດ 10 ກລາມ.
  • ຫົວຜັກທຽມ 250 ກລາມ.
  • ເຂົ້າໜຽວ/ເຂົ້າຈ້າວສຸກ 250 ກລາມ.
  • ໝາກເຜັດ 100 ກລາມ.
  • ນຳ້ຕານລະລາຍ 20 ກລາມ.
  • ແປ້ງນົວ 10 ກລາມ.
  • ປະລິມານຜົນຜະລິດຈຳນວນ 125ອັນ.

ວິທີເຮັດ ສົ້ມໝູ

ສົ້ມໝູ

ສົ້ມໝູ

ຕົມຫູໝູ,ໜັງໝູ ຊອຍເປັນຕ່ອນບາງ.

ເອົາຊີ້ນໝູລ້ວນໆ ບໍ່ມີມັນ, ບໍ່ມີເອັນ ບົດໃຫ້ລະອຽດ.

ບົດເຂົ້າໜຽວຫຼືເຂົາຈ້າວ ກັບຫົວຜັກທຽມໃຫ້ລະອຽດ.

ໃສ່ຊີ້ນໝູແລະເຂົ້າໜຽວ ຫຼືເຂົ້າຈ້າວເຊິ່ງບົດກັບຫົວຜັກທຽມມາແລ້ວ ມາຄັ້ນເຂົ້າກັນຈົນໜຽວ ແລ້ວ ໃສ່ໝາກເຜັດ.

ຕັກສົ້ມປະມານ 2ບ່ວງແກງໃສ່ໃນຖົງμາງຫໍ່ໃຫ້ແໜ້ນ ຮັດດ້ວຍຢາງກະຕິ້ວ ແລ້ວຫໍ່ດ້ວຍໃບຕອງປັບ

ປາຍໃບຕອງ 2 ຂ້າງເຂົ້າຫາກັນມັດດ້ວຍເຊືອກຟາງ.

ເກັບໄວ້ 3 ມື້ ເພຶ່ອໃຫ້ມັນສົ້ມ ແລ້ວເອົາໄປກິນໄດ້ (ຫຼັງຈາກສົ້ມແລ້ວໃຫ້ເກັບໄວ້ໃນຕູ້ເຢັນ).

ແຊຣ.