ພິມ ພິມ

ສົ້ມກະດູກຂ້າງໝູ

0

ເຄື່ອງປະກອບ

  • ກະດູກຂ້າງໝູ 5 ກກ.
  • ເກຶອໃນໄຕຣ 110 ກລາມ (ຫຼື ເກຶອທຳມະດາ)
  • ອິລິທໍເບັດ(ບໍ່ມີກໍ່ບໍ່ໃສ່) 10 ກລາມ.
  • ຟໍເຟັດ 10 ກລາມ.
  • ຫົວຜັກທຽມ 250 ກລາມ.
  • ເຂົ້າໜຽວ/ເຂົ້າຈ້າວສຸກ 250 ກລາມ.
  • ນຳ້ຕານລະລາຍ 20 ກລາມ.
  • ແປ້ງນົວ 10 ກລາມ.
  • ລວມປະລິມານການຜະລິດ ຈຳນວນ 16 ຖົງ, ຖົງລະ 350 ກລາມ.
ສົ້ມກະດູກຂ້າງໝູ

ສົ້ມກະດູກຂ້າງໝູ

ວິທີເຮັດ ສົ້ມກະດູກຂ້າງໝູ

  1. ນຳກະດູກອ່ອນມາຕັດເປັນຕ່ອນ ໆ.
  2. ບົດເຂົ້າໜຽວຫຼືເຂົ້າຈ້າວ ເຂົ້າກັບຫົວຜັກທຽມໃຫ້ລະອຽດ.
  3. ປະສົມເຄື່ອງປຸງທັງໝົດເຂົາດ້ວຍກັນ ຄັ້ນຈົນໜຽວ.
  4. ບັນຈຸ (ເກັບໄວ້) ໃສ່ຖົງμາງປະມານ 300 ກລາມ ໄລ່ອາກາດອອກໃຫ້ໝົດ ມັດປາກຖົງμາງໃຫ້ແໜ້ນແລ້ວໃສ່ຖົງμາງອີກຊ້ອນໜຶ່ງ ອັດປາກຖົງໃຫ້ແໜ້ນເກັບໄວ້ 3 ມື້ ເພຶ່ອໃຫ້ເກີດລົດສົ້ມ ຈາກນັ້ນເອົາມາຈືນກິນໄດ້.

ໝາຍເຫດ: ເກຶອໃນໄຕຣ,ອິລິທໍເບັດແລະຟໍເຟດ ຊ່ວຍໃຫ້ສີຊີ້ນງາມ ຫາຊື້ໄດ້ຈາກຮ້ານທີ່ຂາຍສີໃສ່ອາຫານ.

ແຊຣ.