ພິມ ພິມ

ສູສີເຂົ້າປັ້ນ

0

ເຄື່ອງປະກອບ

  • ເຂົ້າຈ້າວ 3 ຖ້ວຍນ້ອຍ
  • ເຂົ້າໜຽວ 1 ຖ້ວຍ
  • ໄຂ່ໄກ່ 3 ໜ່ວຍ
  • ນຳ້ 5 ຖ້ວຍ
  • ນຳ້ສົ້ມສາຍຊູ 3 ບ່ວງແກງ
  • ນຳ້ຕານ 2 ບ່ວງແກງ
  • ເກືອ 2 ບ່ວງຊາ
  • ກາລົດ 2 ຫົວ
  • ນຳ້ມັນງ່າ 5 ບ່ວງແກງ
  • ປູອັດ 10 ອັນ
  • ສະລາຍ 1 ຖົງ
  • ໄມ້ສຳລັບພັນເຂົ້າປັ້ນ (ມູລີ້)
  • ສະອິວຄິກໂຄແມັດ 1/2 ຖ້ວຍນ້ອຍ
  • ປາສາບິ 1 ຊອງ
  • ກຸ້ງກຸລາດຳ 10 ໂຕ
ສຸສີເຂົ້າປັ້ນ

ສຸສີເຂົ້າປັ້ນ

ການກະກຽມ

ນຳ້, ນຳ້ສົ້ມສາຍຊູ, ນຳ້ຕານ, ເກືອຄົນໃຫ້ເຂົ້າກັນຈົນນຳ້ຕານເປືອຍ ເຮັດເປັນນຳ້ສຸສິ ເອົາເຂົ້າ ຈ້າວເຂົ້າໜຽວມາລ້າງໃຫ້ສະອາດແລ້ວຫຸງໃຫ້ສຸກໃສ່ກັບນຳ້ສຸສິ, ໄຂ່ຕີໃຫ້ແຕກຈືນເປັນແຜ່ນຊອຍເປັນ ຕ່ອນຍາວປະໄວ້, ຫົວກາລົດປອກເປືອກຕົ້ມໃຫ້ສຸກປາດເປັນເສັ້ນຍາວ, ປູອັດແກະຖົງອອກປະໄວ້, ກຸ້ງລ້າງນຳ້ໃຫ້ສະອາດແກະກາບແລະຫົວອອກເອົາໄມ້ສຽບໃສ່ທາງຫົວບໍ່ໃຫ້ຊອດຫາງ ນຳໄປລວກໃນ ໝໍ້ຮ້ອນໃຫ້ສຸກພໍດີ ຕັກຂຶ້ນມາປະໄວ້ໃຫ້ເຢັນເອົາມີດປາດທາງທ້ອງປະໄວ້, ເອົາເຂົ້າທີ່ຫຸງສຸກແລ້ວມາ ຄົນໃສ່ກັບນຳ້ມັນງາໃຫ້ເຂົ້າກັນປະມານ 3 ບ່ວງແກງ.

ວິທີປຸງສຸສີເຂົ້າປັ້ນ

ເອົາແຜ່ນສະລາຍມາວາງໃສ່ໄມ້ມູລີ ເອົາເຂົ້າທີ່ປຸງແລ້ວມາວາງເທິງສະລາຍບາງໆ ແລ້ວເອົາ ກາລົດ, ໄຂ່, ປູອັດວາງລົງທາງກາງແລ້ວພັນເຂົ້າໃຫ້ເປັນກົມໆແໜ້ນ ນຳມາຕັດເປັນຕ່ອນພໍດີ ຈັດໃສ່ ຈານໃຫ້ງາມ ກິນກັບປາສາບິ.

ແຊຣ.