- kinzapzap - http://www.kinzapzap.com -

ສາຄູຍັດໃສ່

ເຄື່ອງປະກອ

  1. ຊີ້ນໝູ 1/2 ກິໂລ
  2. ສາຄູ 1 ກິໂລ
  3. ຖົ່ວດິນ 3 ຂີດ
  4. ຜັກບົ່ວແຫ້ງ 10 ຫົວ
  5. ນໍ້າຕານ 1 ຖ້ວຍນ້ອຍ
  6. ແປ້ງນົວ 1 ບ່ວງຊາ
  7. ເກືອ 1 ບ່ວງແກງ
  8. ນໍ້າມັນຫອຍ 1 ບ່ວງແກງ
  9. ສະອິວ 2 ບ່ວງແກງ
  10. ຫອມບົ່ວໃຫຍ່ 3 ຫົວ
  11. ນໍ້າມັນພືດ 1 ຖ້ວຍນ້ອຍ
  12. ສະລັດ 0.2 ກິໂລ
  13. ໝາກເຜັດນ້ອຍແຫ້ງທອດ 0.5 ຖ້ວຍ
  14. ຫົວຜັກບົ່ວແຫ້ງທອດ 0.5 ຖ້ວຍ
  15. ຫອມລາບ 0.1 ກິໂລ
  16. ພິກໄທ 1/2 ບ່ວງແກງ

ການກະກຽມ

​ຊີ້ນໝູລ້າງນໍ້າໃຫ້ສະອາດຟັກໃຫ້ລະອຽດ, ຖົ່ວດິນບົດໃຫ້ລະອຽດ, ສະລັດ ຫອມລາບລ້າງນໍ້າໃຫ້ສະອາດ, ໝາກເຜັດນ້ອຍແຫ້ງຂົ້ວໃສ່ນໍ້າມັນໃຫ້ກອບ, ຫົວຜັກບົ່ວໃຫຍ່ຊອຍເປັນຕ່ອນນ້ອຍສີ່ລ່ຽມ, ຫອມບົ່ວແດງຊອຍ ເປັນຕ່ອນບາງປະໄວ້.

ວິທີປຸງ ສາຄູຍັດໃສ່

ເອົານໍ້າມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ, ເອົານໍ້າຕານລົງຈຽວໃຫ້ແດງ, ໃສ່ຫອມບົ່ວແຫ້ງພໍຫອມເອົາຊີ້ນໝູ ລົງຂົ້ວພໍສຸກ, ໃສ່ຫອມບົ່ວໃຫຍ່, ຖົ່ວດິນ, ນໍ້າມັນຫອຍ, ສະອິວ, ເກືອ, ໃຫ້ອອກລົດເຄັມຫວານ ຕາມດ້ວຍພິກໄທ ປົງໄວ້.

ນຳສາຄູມາມ່າໃສ່ນໍ້າປະມານ 10 ນາທີ ແລ້ວນຳຂຶ້ນມາປະໄວ້ໃຫ້ສະເດັດນໍ້າແລ້ວປັ້ນເປັນກ້ອນ ເອົາໃສ້ທີ່ຂົ້ວໄວ້ໃສ່ ເວລາຈະໜື້ງໃຫ້ເອົາໃບຕອງທານໍ້າມັນຮອງແລ້ວຈຶ່ງເອົາສາຄູໃສ່. ເອົານໍ້າໃສ່ໝໍ້ຄ້າງໄຟໃຫ້ຟົດ ແລ້ວຈຶ່ງນຳມາໜື້ງ ເວລາຮັບປະທານໃສ່ກັບຜັກສະລັດ, ຫອມລາບ, ໝາກເຜັດແຫ້ງ, ຫອມບົ່ວຈຽວ.

ສາຄູຍັດໃສ່

ສາຄູຍັດໃສ່