ພິມ ພິມ

ສັງຂະຫຍາໝາກອຶເປັນໜ່ວຍ

0

ເຄື່ອງປະກອບ

ສັງຂະຫຍາໝາກອຶເປັນໜ່ວຍ

ສັງຂະຫຍາໝາກອຶເປັນໜ່ວຍ

ໝາກອຶເນື້ອປຽນງາມໆ 1 ໜ່ວຍ, ໄຂ່ເປັດ 5 ໜ່ວຍ (ຖ້າເປັນໄຂ່ໄກ່ 6 ໜ່ວຍ)

ໝາກພ້າວ 1 ໜ່ວຍ ຫລື ກະທິ 1 ຖ້ວຍໃຫຍ່.

ນຳ້ຕານ 1 ຖ້ວຍນ້ອຍ, ເກືອ 1/2 ບ່ວງຊາ

ແປ້ງເຂົ້າຈີ່ 1/2 ບ່ວງແກງ

ການກະກຽມ

ໝາກອຶລ້າງນຳ້ໃຫ້ສະອາດ ເຈາະເອົາທາງຫົວອອກ ໃຊ້ບ່ວງຄວັດເອົາແກ່ນອອກໃຫ້ກ້ຽງ ລ້າງນຳ້ໃຫ້ ສະອາດ ແລະ ງວາມໄວ້ໃຫ້ສະເດັດນຳ້, ໝາກພ້າວຂູດແລ້ວຄັ້ນເອົາແຕ່ນຳ້ກະທິ.

ວິທີປຸງ ສັງຂະຫຍາໝາກອຶເປັນໜ່ວຍ

ເອົານຳ້ຫົວກະທິ, ເກືອ, ນຳ້ຕານ ຄົນໃຫ້ເຂົ້າກັນໃຫ້ນຳ້ຕານແຕກ, ແປ້ງເຂົ້າຈີ່, ໄຂ່ ຕີໃຫ້ແຕກແລ້ວເອົາ ລົງປົນໃສ່ຫົວກະທິ ຄົນໃຫ້ເຂົ້າກັນອີກເທື່ອໜື່ງ ແລ້ວເອົາຖອກໃສ່ໝາກອຶໃຫ້ເຕັມພໍດີ.

ເອົານຳ້ໃສ່ໝໍ້ຄ້າງໃຫ້ຟົດ ແລ້ວຈື່ງນຳເອົາໝາກອຶໜື້ງ ເວລາໜື້ງບໍ່ໃຫ້ອັດໝາກອຶ ຖ້າເປັນໝາກອຶນ້ອຍ ໃຊ້ເວລາປະມານ 15 ນາທີ ຖ້າເປັນໜ່ວຍໃຫຍ່ໃຊ້ເວລາດົນ ແຕ່ບໍ່ໃຫ້ໃຊ້ໄຟແຮງເກີນຄວນເພາະຈະເຮັດໃຫ້ ໝາກອຶແຕກ ເມື່ອໜື້ງສຸກແລ້ວປະໄວ້ໃຫ້ເຢັນເສຍກ່ອນແລ້ວຈື່ງປາດເປັນປ່ຽງໃສ່ຈານໃຫ້ງາມໆ ໃຊ້ຮັບປະທານ ເປັນຂອງຫວານ.

ແຊຣ.