- kinzapzap - http://www.kinzapzap.com -

ສະປາເກັດຕີ້

ສະ​ປາ​​ເກັດ​ຕີ້

ສະ​ປາ​​ເກັດ​ຕີ້

ເຄື່ອງປະກອບ

  1. ສະ​ປາ​ເກັດ​ຕິ ຕົ້ມ​ໃຫ້​ສຸກ​ຂົ້ວ​ໃສ່​ເນີຍ ​ແລະ ຜັກທຽມ 1 ຖົງ
  2. ຊີ້ນ​ງົວ​ຟັກ​ລະອຽດ 2 ຖ້ວຍ, ຜັກ​ບົວ​ໃຫຍ່​ຊອຍລະອຽດ 1 ຫົວ, ໝາກ​ເລັ່ນ, ​ເຫັດ​​ເຟືອງຊອຍ​ເປັນ​ຕ່ອນ​ສີ່ຫຼ່ຽມນ້ອຍ​ແນ​ວລະ 1/2 ຖ້ວຍ, ໝາກ​ເຜັດ​ໃຫຍ່ຫວານ​ຊອຍ​ເປັນ​ຕ່ອນ​ສີ່ຫຼ່ຽມນ້ອຍ 1/2 ຖ້ວຍ.
  3. ຜັກ​ແປນ 3 ບ່ວງ​ແກງ, ຜັກທຽມ 1 ຫົວ, ນຳ້ໝາກ​ເລັ່ນ 1 ຖ້ວຍ, ​ເບີ 1/8 ກ້ອນ, ນ້ຳຕານ 1 ບ່ວງ​ແກງ, ນຳ້​ຊຸບ 2 ຖ້ວຍ, ​ເນີຍ​ແຂງ​ຂູດ​ໂຮຍໜ້າ 1 ຖ້ວຍ​, ​ເກືອ, ພິກ​ໄທ, ສະອິວ​ຂາວ​ພໍ ປະມານ, ອໍ​ລີ​ກາ​ໂນ (ພິກ​ໄທຝຣັ່ງ 1/2 ບ່ວງ​​ແກງ).

ວິທີປຸງ ສະ​ປາ​​ເກັດ​ຕີ້

​ເອົາ​ເນີຍ​ລະລາຍ​ລົງໝໍ້ຄ້າງ​ແລ້ວ​ເອົາຫອມ​ບົ່ວ​ໃຫຍ່​ລົງ​ຂົ້ວ​ໃຫ້​ຫອມ ນຳ​ຊີ້ນ​ລົງ​ໃສ່​ພ້ອມ​ດ້ວຍ​ເຄື່ອງປຸງ​ຊອດ​ຕ່າງໆ ແລະ ນຳ້​ສຸບ​ຈາກ​ນັ້ນ​ໃສ່​ເຄື່ອງ​ປະກອບ​ທຸກ​ຢ່າງ ປຸງ​ລົດ​ໃຫ້​ພໍດີບໍ່​ໃຫ້​ເຄັມ.

​ເອົາ​ເສັ້ນ​ສະ​ປາ​ເກັດ​ຕີ້ມາ​ຕັກ​ໃສ່​ຈານ​ໃຫ້​ງາມ ​ແລ້ວ​ນຳ​ນຳ້​ຊອດ​ທີ່​ຂົ້ວ​ແລ້ວ​ນັ້ນມາ​ໂຮຍ​ໃສ່ໜ້າ​ໂດຍ​ເນີຍ​ແຂງ​ຂູດ, ​ໃບ​ຜັກ​ແປນ ແລະ ​ໂອ​ນິກາ​ໂນ​ຈັດ​ເສີ​ບຮ້ອນໆ.