- kinzapzap - http://www.kinzapzap.com -

ສະລັດ ຊໍຣີຢາຕີກີ (choriatiki)

ເຄື່ອງປະກອບ

ໝາກແຕງ : 1 ໜ່ວຍ

ເນີຍແຂງ ເຟຕ້າ (feta) : 180 g

ສະລັດ ຊໍຣີຢາຕີກີ

ສະລັດ ຊໍຣີຢາຕີກີ

ຫົວຜັກບົ່ວແດງ : 1 ຫົວ

ໝາກເລັ່ນ : 3 ໜ່ວຍ

ໝາກກອກດຳ : 12 ໜ່ວຍ

ນຳ້ສົ້ມ : 2 ບ່ວງແກງ

ໃບໂອຣີກັອງແຫ້ງ (origan) ຫຼື ໃບຫູເສືອ : 2 ບ່ວງກາເຟ

ນຳ້ມັນໝາກກອກ : 5 ບ່ວງແກງ

ເກືອ, ພິກໄທ

ການກະກຽມ ສະລັດ ຊໍຣີຢາຕີກີ

ປອກໝາກແຕງ ເອົາໄນອອກ ແລ້ວ ຕັດເປັນຕ່ອນສີ່ຫຼ່ຽມ, ໝາກເລັ່ນ ແລະ ເນີຍແຂງ (ເຟຕ້າ) ຕັດເປັນຕ່ອນຄືກັນກັບໝາກແຕງ. ຊອຍຫົວຜັກບົ່ວໃຫ້ແລບຍາວ. ຫຼັງຈາກນັ້ນ ຕື່ມໝາກກອກ ພ້ອມເຄື່ອງປຸງທຸກຢ່າງ, ຄົນໃຫ້ເຂົ້າກັນ ແລ້ວປະໄວ້ 15 ນາທີ ກ່ອນເສີບ.