ພິມ ພິມ

ສະລັດໝາກໄມ່ສົດ

0

ເຄື່ອງປະກອບ

  1. ໝາກໂມ 1 ປ່ຽງ
  2. ໝາກນັດ 1 ປ່ຽງ
  3. ໝາກກ້ຽງ 1 ໜ່ວຍ
  4. ແອບເປີ້ນ 1 ໜ່ວຍ
  5. ເຫລົ້າໂຮມ 0.5 ບ່ວງແກງ
  6. ນຳ້ 1/3 ຖ້ວຍນ້ອຍ
  7. ນຳ້ຕານ 3 ບ່ວງແກງ
  8. ນົມສົດ 4 ບ່ວງແກງ

ການກະກຽມ

ໝາກໂມແກະແກ່ນອອກ ແກະສະລັກເປັນວົງມົນ, ໝາກນັດຕັດເປັນຕ່ອນ 4 ລ່ຽມ, ໝາກກ້ຽງ ປອກເປືອກອອກ ແກະເປັນກີບ ຕັດເປັນຕ່ອນ 4 ລ່ຽມ, ນຳ້ຕານຕົ້ມໃສ່ນຳ້ໃຫ້ເປື່ອຍປະໄວ້ໃຫ້ເຢັນ.

ວິທີປຸງ ສະລັດໝາກໄມ້ສົດ

ເອົາໝາກໄມ້ທັງໝົດຈັດລຽງໃສ່ຈານ ຫລື ຈະປະສົມກັນໝົດກໍ່ໄດ້ ແລ້ວເອົາເຫລົ້າ, ນຳ້ເຊື່ອມ ໂຮຍໃສ່ ພ້ອມດ້ວຍນົມສົດ.

ສະລັດໝາກໄມ້ສົດ

ສະລັດໝາກໄມ້ສົດ

 

ແຊຣ.