- kinzapzap - http://www.kinzapzap.com -

ສະລັດໄກ່ໃສ່ຜັກກາດຂາວ

ເຄື່ອງປະກອບ : ສຳລັບ 4 ຄົນ

  • ຊີ້ນໄກ່ : 200 g
  • ຜັກກາດຫໍ່ຂາວ : 1 ຫົວ
  • ກາລົດ : 2 ຫົວ
  • ຖົ່ວງອກ : 1 ກຳ
  • ຜັກສະລັດ (ເອົາແຕ່ໃຈອ່ອນ) : 2 ຕົ້ນ
  • ຜັກຫອມປ້ອມ : 2 ຕົ້ນ
  • ນຳ້ມັນງາ : 4 ບ່ວງແກງ
  • ນຳ້ມັນໝາກກອກ : 1 ບ່ວງແກງ
  • ນຳ້ໝາກນາວ : 1 ບ່ວງແກງ
  • ສີໄຄ : 1 ຫົວ
  • ເກືອ, ພິກໄທ, ໝາກງາ

ວິທີເຮັດ ສະລັດໄກ່ໃສ່ຜັກກາດຂາວ

  1. ຊອຍຊີ້ນໄກ່ ແລ້ວຂົ້ວໃສ່ນຳ້ມັນໝາກກອກ, ເກືອ ແລະ ພິກໄທ.
  2. ລ້າງ ແລະ ປອກເປືອກກາລົດ ແລ້ວຊອຍເປັນເສັ້ນ.
  3. ລ້າງຜັກສະລັດ ແລະ ຖົ່ວງອກ ແລ້ວປະໃສ່ຕະແກງໃຫ້ສະເດັດນຳ້.
  4. ເເກະກາບແກ່ຫົວສີໄຄ ແລ້ວຊອຍບາງໆເອົາແຕ່ກ້ານອ່ອນ.
  5. ລ້າງ ແລະ ຊອຍຜັກກາດເປັນຕ່ອນຍາວສະຫຼຽງ.
  6. ຊາວໄກ່ໃສ່ ຜັກກາດ, ກາລົດ, ສະລັດ, ຖົ່ວງອກ, ຫົວສີໄຄ ແລະ ຫອມປ້ອມທີ່ຊອຍແລບໆ.
  7. ປະສົມນຳ້ມັນງາ, ໝາກນາວ, ເກືອ ແລະ ພິກໄທ ໃສ່ຊາມ ແລ້ວເທຜັກໃສ່ ຊາວໃຫ້ເຂົ້າກັນ ພ້ອມເສີບທັນທີ.
ສະລັດໄກ່ໃສ່ຜັກກາດຂາວ

ສະລັດໄກ່ໃສ່ຜັກກາດຂາວ