- kinzapzap - http://www.kinzapzap.com -

ສະລັດສ໌ປາເກັດຕີ້ ແລະ ກຸ້ງເພົາ

ເຄື່ອງປະກອບ : ສຳລັບ 4 ຄົນ

ເຄື່ອງປຸງນຳ້ສະລັດ

  • ນຳ້ມັນງາ : 2 ບ່ວງແກງ
  • ນຳ້ໝາກນາວ : 2 ບ່ວງແກງ
  • ຜັກຊີ (ຊອຍ) : 2 ບ່ວງແກງ
  • ໝາກງາຂາວ ແລະ ດຳ : 2 ບ່ວງແກງ
  • ຂີງ (ຊອຍ) : 1 ບ່ວງແກງ
  • ນຳ້ສະອີວ : 1 ບ່ວງແກງ
  • ນຳ້ເຜີ້ງ : 1 ບ່ວງແກງ
  • ກະທຽມ (ຊອຍ) : 1 ບ່ວງແກງ

ເຄື່ອງປະກອບສະລັດ

  • ກຸ້ງໃຫຍ່ດິບ (ປອກ) : 16 ໂຕ
  • ໝາກເຜັດຢວກເຫຼືອງ : 1 ໜ່ວຍ
  • ຜັກບົ່ວໃຫຍ່ : 1 ຫົວ
  • ໝາກເລັ່ນນ້ອຍຫວານ : 16 ໜ່ວຍ
  • ສ໌ປາເກັດຕີ້ (ຮູບໂບ) : 350 g
ສະລັດສ໌ປາເກັດຕີ້ ແລະ ກຸ້ງເພົາ

ສະລັດສ໌ປາເກັດຕີ້ ແລະ ກຸ້ງເພົາ

ວິທີເຮັດ ສະລັດສ໌ປາເກັດຕີ້ ແລະ ກຸ້ງເພົາ

  1. ດັງຖ່ານເພື່ອປີ້ງກຸ້ງ.
  2. ປະສົມເຄື່ອງປຸງທຸກຢ່າງ ສຳລັບເຮັດນຳ້ສະລັດໃສ່ຊາມ.
  3. ເທນຳ້ສະລັດສ່ວນໜື່ງໃສ່ກັບຢາງ ເອົາກຸ້ງໃສ່ອັດຝາ ເອືອບປະໄວ້ໃນຕູ້ເຢັນ 10 ນາທີ.
  4. ຕົ້ມນຳ້ໃສ່ເກືອ ຝົດແລ້ວເອົາສ໌ປາເກັດຕີ້ລົງໃສ່ໝໍ້ ຕົ້ມໃຫ້ພໍສຸກ ແລ້ວຍົກອອກຈາກເຕົາ ເທໃສ່ຕະແກງ ເປີດນຳ້ເຢັນໃສ່ ແລ້ວປະໄວ້ໃຫ້ສະເດັດນຳ້.
  5. ເອົາໄມ້ສຽບກຸ້ງ ນຳໄປປີ້ງໃສ່ເຕົາຖ່ານ.
  6. ຊອຍໝາກເຜັດຢວກ ແລະ ຫົວຜັກບົ່ວເປັນຕ່ອນສີ່ຫຼ່ຽມນ້ອຍ, ໝາກເລັ່ນຜ່າເຄີ່ງ ແລ້ວເອົາໃສ່ຊາມນຳ້ສະລັດທີ່ກຽມໄວ້ ຄົນໃສ່ສ໌ປາເກັດຕີ້ ແລະ ກຸ້ງ ຈັດແຕ່ງໃສ່ຈານ ພ້ອມເສີບທັນທີ.