- kinzapzap - http://www.kinzapzap.com -

ສະລັດມິກ

ເຄື່ອງປະກອບ

  1. ແປ້ງນົວ 0.5 ບ່ວງຊາ
    ສະລັດມິກ

    ສະລັດມິກ

  2. ສະລັດ 2 ຕົ້ນ
  3. ໝາກແຕງ 1 ໜ່ວຍ
  4. ໝາກເລັ່ນ 2 ໜ່ວຍ
  5. ຫອມປ້ອມ 1 ມັດ
  6. ກະທຽມສັບລະອຽດ 1 ບ່ວງຊາ
  7. ພິກໄທ 0.5 ບ່ວງຊາ
  8. ນຳ້ມັນພືດ 3 ບ່ວງແກງ
  9. ມັດສະຕາກ 1/2 ບ່ວງແກງ
  10. ນຳ້ສົ້ມສາຍຊູ 1/2 ບ່ວງແກງ
  11. ເກືອ 1 ບ່ວງຊາ
  12. ຫອມບົ່ວໃຫຍ່ 1/2 ຫົວ

ການກະກຽມ

ສະລັດ, ໝາກແຕງ, ຫອມບົ່ວໃຫຍ່, ໝາກເລັ່ນ, ລ້າງນຳ້ໃຫ້ສະອາດ ຊອຍຕ່ອນບາງໆທາງຂວາງ, ຫອມປ້ອມລ້າງນຳ້ໃຫ້ສະອາດເດັດເປັນໃບ.

ວິທີປຸງ ສະລັດມິກ

ເອົານຳ້ມັນພືດ, ເກືອ, ພິກໄທ, ຜັກທຽມ, ມັດສະຕາກ, ນຳ້ສົ້ມ, ແປ້ງນົວ, ຂົ້ວຈົນເຂົ້າກັນດີປະໄວ້, ເອົາຜັກທີ່ຕຽມໄວ້ນັ້ນລຽນໃສ່ຈານທັງໝົດ ແລ້ວເອົາຫອມປ້ອມ, ຫອມບົ່ວໃຫຍ່ ຍອງເທິງ, ເວລາຈະກິນເອົານຳ້ ສະລັດຮວດ ຈັດເສີບທັນທີ ຖ້າເຮົາຮວດໄວ້ດົນຜັກຈະຊຳ້.