ພິມ ພິມ

ສະລັດປາ ກັບ ມັນດ້າງ ໃສ່ ບົວລະພາ

0

ເຄື່ອງປະກອບ

ມັນດ້າງໃຫຍ່ : 3 ຫົວ (ປອກ ແລະ ຝານເປັນແຜ່ນກົມ ໜາ 1 cm) ຫຼື ເຮັດເປັນຕ່ອນ ສີ່ຫຼ່ຽມ

ນຳ້ມັນໝາກອກ : 45 ml (3 ບ່ວງແກງ)

ປາທະເລເນື້ອຂາວ (ຕີລາເປຍ) : 4 ຕ່ອນ (ເອົາແຕ່ເນື້ອຟີນເລ້)

ນຳ້ໝາກນາວ : 30 ml (2 ບ່ວງແກງ)

ນຳ້ສົ້ມຍີ່ປຸ່ນ : 30 ml (2 ບ່ວງແກງ)

ໝາກເຜັດປຽກ (ບົດ) : 2,5 ml (1/2 ບ່ວງກາເຟ)

ໝາກແຕງ : 3 ໜ່ວຍ (ບໍ່ປອກເປືອກ, ຜ່າເຄິ່ງຊອຍຕ່ອນມົມ)

ຜັກສະລັດໂຣແກັດ (roquette) : 1 ມັດ

ຜັກບົວລະພາ : 2 ບ່ວງແກງ (ເດັດເອົາແຕ່ໃບ)

ໝາກນາວ : 1 ໜ່ວຍ (ຂູດເອົາແຕ່ເປືອກ)

ເກືອ, ພິກໄທ

ການກະກຽມ ສະລັດ ປາ ກັບ ມັນດ້າງ ໃສ່ ບົວລະພາ

1. ປັບລະດັບຖາດເຕົາອົບໃຫ້ຢູ່ກາງ ອຸ່ນເຕົາ ໃສ່ຄວາມຮ້ອນ 230 ອົງສາ ຮອງຖາດດ້ວຍເຈ້ຍອາລຸຍມີຍ້ອມ

2. ເອົາມັນດ້າງໃສ່ຖາດເຕົາ ເທນຳ້ມັນໝາກອກ 30 ml ໃສ່ ຊາວໃຫ້ທົ່ວ ຕື່ມເກືອ ແລະ ພິກໄທ. ອົບປະມານ 30 ນາທີ ຄົນ ຫຼື ປີ້ນ ຈົນກົ່ວມັນສຸກເລີ່ມມີສີເຫຼືອງ. ປະໃຫ້ເຢັນ

3. ໃນລະຫວ່າງນັ້ນ, ຄ້າງໝໍ້ກະທະ (ໃຊ້ໝໍ້ເຄືອບ ເພື່ອບໍ່ໃຫ້ຕິດກົ້ນ) ໃຊ້ນຳ້ມັນທີ່ເຫຼືອຈືນປາ ໃຫ້ສຸກຕາມຄວາມພໍໃຈ ປຸງເກືອ ແລະ ພິກໄທ. ປະໃຫ້ເຢັນ

4. ເຮັດນຳ້ສະລັດ ຄົນນຳ້ໝາກນາວ ກັບໝາກເຜັດ ໃສ່ຖ້ວຍນ້ອຍ

ສະລັດ ປາ ກັບ ມັນດ້າງ ໃສ່ ບົວລະພາ

ສະລັດ ປາ ກັບ ມັນດ້າງ ໃສ່ ບົວລະພາ

5. ໃຊ້ຈານໃຫຍ່ ສຳລັບເສີບ, ໃສ່ ມັນ, ໝາກແຕງ, ສະລັດ, ບົວລະພາ ແລະ ເປືອກໝາກນາວຂູດ, ລາດນຳ້ສະລັດ ຄົນໃຫ້ເຂົ້າກັນ. ປາເຮັດເປັນຕ່ອນອ່າວໃຫຍ່ ຢາຍໃຫ້ທົ່ວສະລັດ

 

ແຊຣ.