- kinzapzap - http://www.kinzapzap.com -

ສະປາເກັດຕີ້ໝູ

ເຄື່ອງປະກອບ

  • ຊີ້ນໝູບົດ: 2 ຖ້ວຍນ້ອຍ
  • ຜັກບົ່ວຫົວໃຫຍ່ຊອຍນ້ອຍໆ: 1 ຖ້ວຍນ້ອຍ
  • ໝາກເລັ່ນຊອຍນ້ອຍໆ: 1 ຖ້ວຍນ້ອຍ
  • ໝາກເຜັດຫວານຊອຍນ້ອຍໆ: 1 ຖ້ວຍນ້ອຍ
  • ຊ໋ອດໝາກເລັ່ນ: 1 ຖ້ວຍນ້ອຍ
  • ສະປາເກັດຕີ້: 1 ຖົງ
  • ກະທຽມ: ½ ຫົວ
  • ນຳ້ມັນພືດ: ½ ຖ້ວຍນ້ອຍ
  • ນຳ້ຕານ: ½ ຖ້ວຍນ້ອຍ
  • ນຳ້ຊູບ: 2 ຖ້ວຍນ້ອຍ
  • ເນີຍແຂງຂູດໂຮຍໝ້າ: 1 ຖ້ວຍນ້ອຍ
  • ເນີຍ: 3 ບ່ວງແກງ
  • ໃບກະວານ: 5 ໃບ
  • ອໍລີກໂນ: 1 ບ່ວງແກງ
  • ເກືອ: 1 ບ່ວງແກງ
  • ພິກໄທ: 1 ບ່ວງຊາ
ສະປາເກັດຕີ້ໝູ

ສະປາເກັດຕີ້ໝູ

ວິທີປຸງ ສະປາເກັດຕີ້ໝູ

ຕົ້ມເສັ້ນສະປາເກັດຕີ້ ໃຫ້ສຸກຕັກອອກໃຫ້ສະເດັດນຳ້, ເອົາເນີຍໃສ່ໝໍ້ພໍລະລາຍໃສ່ກະທຽມຂົ້ວພໍຫອມເອົາເສັ້ນສະປາເກັດຕີ້ໃສ່, ພິກໄທໃສ່ແລ້ວຕັກອອກໃສ່ຈານປະໄວ້. ຫຼັງຈາກນັ້ນນຳເນີຍ ແລະ ນຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນເອົາຜັກບົ່ວຫົວໃຫຍ່ໃສ່ຂົ້ວພໍຫອມ. ໃສ່ຊີ້ນໝູຂົ້ວພໍສຸກແລ້ວເອົາເຄື່ອງປຸງທີ່ກຽມໄວ້ໃສ່ປຸງລົດດ້ວຍເກືອ, ນຳ້ຊູບ, ຊ໋ອດໝາກເລັ່ນ, ນຳ້ຕານໃສ່ແລ້ວຄົນໃຫ້ທົ່ວປຸງລົດຕາມໃຈມັນ. ເອົາເສັ້ນສະປາເກັດຕີ້ຈັດໃສ່ຈານລາດໜ້າດ້ວຍຊ໋ອດ, ເນີຍ.