- kinzapzap - http://www.kinzapzap.com -

ວຸ້ນກະທິສະຫວັນ

ສູດທີ 1 (ໂຕວຸ້ນ)

ວິທີເຮັດ ວຸ້ນກະທິ

ຕົ້ມນຳ້ໃຫ້ຟົດກັບໃບເຕີຍສົດ ພໍເດືອດໃສ່ວຸ້ນຜົງແລະນຳ້ຕານຊາຍ ແລະນຳ້ໃບເຕີຍ (ສີຂຽວ) ແລ້ວຍົກລົງຕອງດ້ວຍແພຂາວບາງ ແລ້ວຟ້າວເທໃສ່ຖາດປະໃຫ້ເμັນ (ໃສ່ຖາດ 1/2 ຖາດ)

ສູດທີ 2 (ໝາກກະທິ)

ວິທີເຮັດ ວຸ້ນກະທິ

ຄົນກະທິກັບນຳ້ລອຍດອກມະລິໃຫ້ໄດກະທິ 6 ສ່ວນ ເທຜົງວຸ້ນແລະນຳ້ຕານຊາຍລົງໄປ ຍົກຂື້ນຄ້າງໄຟອ່ອນໆ ພໍຟົດໃສ່ເກືອຄົນໃຫ້ເຂົ້າກັນແລ້ວເທໃສ່ສ່ວນທີ່ 1 ທີ່ເຮັດລໍຢູ່ແລ້ວ ເມື່ອແຂງໂຕຈະໄດ້ວຸ້ນ 2 ຊັ້ນ, ຊັ້ນລຸ່ມເປັນສີຂາວໃບເຕີຍ ຊັ້ນເທິງເປັນກະທິ.

ຖ້າຈະໃຫ້ເປັນນຳ້ກາເຟກໍ່ໃສ່ສີກາເຟລົງໄປແທນສ່ວນທີ່1 ແທນນຳ້ໃບເຕີຍ ບາງຄົນເຮັດຫຼາຍໆຊັ້ນຫຼາຍໆລືບກໍ່ເຮັດໄດ້ໂດຍເຮັດແຕ່ລະຊັ້ນ ແລ້ວປະໃຫ້ເຢັນຈຶ່ງເຮັດຊັ້ນຕໍ່ໄປ ແລະຈະຕ້ອງເປັນກະທິຊັ້ນເທິງສຸດ.