- kinzapzap - http://www.kinzapzap.com -

ລູກລັກງົວ

ເຄື່ອງປະກອບ

ຊີ້ນສັນງົວຕັດເປັນຕ່ອນສີ່ຫຼ່ຽມ: 1/2 ກິໂລ

ຜັກບົ່ວໃຫຍ່ຊອຍສີ່ຫຼ່ຽມ: 2 ຫົວ

ຜັກທຽມສັບລະອຽດ: 1 ບ່ວງແກງ

ນຳ້ໝາກເລັ່ນ: 1 ຖ້ວຍ

ກາລີ: 1 ບ່ວງແກງ

ນຳ້ມັນຫອຍ: 3 ບ່ວງແກງ

ຊີອີ້ວດຳ: 1 ບ່ວງຊາ

ນຳ້ມັນ: 3 ບ່ວງແກງ

ຜັກສະລັດ: 3 ຕົ້ນ

ໝາກເລັ່ນ: 2 ໜ່ວຍ

ລູກລັກງົວ

ລູກລັກງົວ

ວິທີປຸງ ລູກລັກງົວ

ເອົາເຄື່ອງປຸງທູກຢ່າງມາໝັກໃສ່ຊີ້ນຄົນໃຫ້ເຂົ້າກັນໝັກປະໄວ້ປະມານ 10 ນາທີ ແລ້ວເອົານຳ້ມັນເຮັດໄຟແຮງນຳຜັກທຽມລົງຂົ້ວພ້ອມກັນຊີ້ນເລີຍຂົ້ວປະມານ 3 ນາທີແຕ່ບໍ່ໃຫ້ຊີ້ນສຸກໂພດຈັດໃສ່ຈານຕົບແຕ່ງໃຫ້ສວຍງາມ