- kinzapzap - http://www.kinzapzap.com -

ລາກູ້

ເຄື່ອງປະກອບ

  • ຊີ້ນ​ງົວ 1 ກິ​ໂລ
  • ມັນຝຣັ່ງ 1,5 ກິ​ໂລ
  • ຫົວຜັກ​ບົ່ວ​ໃຫຍ່ 1/2 ກິ​ໂລ
  • ກາ​ລົດ 1/2 ກິ​ໂລ
  • ເບີ 1/2 ກິ​ໂລ
  • ຊອດໝາກ​ເລັ່ນ 1 ປ໋ອງນ້ອຍ
  • ແກ່ນ​ຖົ່ວຍັດ 1 ປ໋ອງ
  • ສະອິວ 1/2 ຖ້ວຍ
  • ນຳ້ມັນ​ຫອຍ 1/2 ຖ້ວຍ
  • ແປ້ງ​ສາລີ 1 ຖ້ວຍ
  • ນຳ້ຕານ 1 ຖ້ວຍ
  • ສະ​ອິວຂາວ 1/2 ຖ້ວຍ
  • ພິກ​ໄທ 1 ບ່ວງ​ແກງ
  • ຂະ​ນໍ 1 ຖ້ວຍ
  • ເກືອ 1/2 ກິ​ໂລ
  • ນຳ້ມັນ​ສຳລັບ​ຈືນ​ມັນຝຣັ່ງ
ລາ​ກູ້

ລາ​ກູ້

ວິທີ​ກະກຽມ

ຊີ້ນ​ລ້າງ​ນຳ້​ໃຫ້​ສະອາດຕັດ​ເປັນ​ຕ່ອນ 4 ຫຼ່ຽມ. ກາ​ລົດ, ມັນຝຣັ່ງ, ຫອມ​ບົວ​ໃຫຍ່ລ້າງ​ນຳ້​ໃຫ້​ສະ​ອາ​ດຕັດ​ເປັນ​ຕອນ 4 ຫຼ່ຽມ ​ແລ້ວ​ນຳ​ມັນຝຣັ່ງມາ​ຈືນ​ໃຫ້​ສຸກ​ເຫຼືອງ. ​ແປ້ງ​ມາ​ໃສ່​ນຳ້ປະ​ໄວ້, ຖົ່ວ​ເຈາະ​ເອົາ​ນຳ້​ອອກ ນຳ​​ເອົາ​ຊີ້ນ​ທີ່​ຊອຍ​ໄວ້​ມາ​ເອືອບ​ໃສ່​ນ້ຳມັນ​ຫອຍ, ສະອິວ, ນຳ້ຕານ, ສະອິວ​ຂາວ, ພິກ​ໄທ, ຂະ​ນໍ, ​ເກືອ.

ວິທີ​ປຸງ ລາ​ກູ້

​ເອົາ​ເບີໃສ່ໝໍ້​ໃຫ້​ລະລາຍ​ແລ້ວ​ນຳ​ຫອມ​ບົ່ວ​ແດງ​ລົງ​ຂົ້ວໃຫ້ຫອມ ​ຈາກ​ນັ້ນ ໃສ່​ຊອດໝາກ​ເລັ່ນ ໃຫ້ມີໜ້າສີ​ແດງ ​ແລ້ວ​ເອົາ​ຊີ້ນ​ລົງ​ຂົ້ວ​ໃສ່​ໃຫ້​ຫົດ​ຈຶ່ງ​ທອກ​ນຳ້ໃສ່​ ແລ້ວ​ຕົ້ມ​ຈົນ​ຊີ້ນຄ້ອນ​ຂ້າງ​ເປື່ອຍ​ ໃສ່​ກາ ລົດ, ມັນຝຣັ່ງ, ຫອມ​ບົ່ົວ​ໃຫຍ່, ນຳ​ແປ້ງ​ລົງ​ໃສ່​ຄົນ​ຄຸ້ນ​ແລ້ວ​ເອົາ​ແກ່ນ​ຖົ່ວ​ໃສ່ ປຸງ​ລົດອີກ​ເທື່ອໜຶ່ງ ປົງ​ລົງ ຮັບປະທານ​ກັບ​ເຂົ້າ​ຈີ່ ຫຼື ເຂົ້າ​ຜັດ.