ພິມ ພິມ

ລາບປາ

0

ເຄື່ອງປະກອບ

ປາຊະນິດທີ່ເຮັດລາບໄດ້ 1 ກິໂລ, ໝາກເຂືອ 10 ໜ່ວຍ.

​ປາແດກ 1/2 ຖ້ວຍນ້ອຍ, ນຳ້ປາ 1 ບ່ວງຊາ, ແປ້ງນົວ 1 ບ່ວງຊາ, ເຂົ້າຂົ້ວ 3 ບ່ວງແກງ, ຜັກບົ່ວແຫ້ງ 5 ຫົວ, ຜັດບົ່ວສົດ, ຫອມປ້ອມ ແນວລະ 1 ມັດ, ຫອມລາບ 1 ຖ້ວຍນ້ອຍ, ຄ່າອ່ອນ 1 ບ່ວງແກງ, ໃບຂີ້ຫູດ 1 ບ່ວງຊາ, ເຜັດຜົງ 1 ບ່ວງຊາ.

ການກະກຽມ

ປາລ້າງນຳ້ໃຫ້ສະອາດ ລອກເອົາໜັງອອກ, ເອົາແຕ່ຊີ້ນ ຝັກໃຫ້ແຫລກ, ໝາກເຂືອ, ຜັກບົ່ວແຫ້ງ ມົກໄຟ ໃຫ້ສຸກຫອມ, ຫອມລາບ ແລະ ໃບຜັກບົ່ວສົດ, ຫອມປ້ອມລ້າງນຳ້ໃຫ້ສະອາດ ຊອຍແຫລກໆ, ຄ່າອ່ອນ, ໃບຂີ້ຫູດ ຊອຍແລບໆ, ປາແດກ ນຳ້ປາ, ແປ້ງນົວ, ເກືອ ນຳໄປຕົ້ມໃສ່ກັບກະດູກປາ ກະໃຫ້ໄດ້ 1 ຖ້ວຍໃຫຍ່.

ລາບປາ

ລາບປາ

ວິທີປຸງ

ຫົວຜັກບົ່ວແກະກາບອອກຕຳໃຫ້ແຫລກ, ໝາກເຂືອນຳໄປຝັກໃຫ້ແຫລກປະສົມກັບຊີ້ນປາແລ້ວນຳມາ ຕຳໃຫ້ເຂົ້າກັນກັບເຄື່ອງຫອມຈົນໃຫ້ຊີ້ນປາໜຽວດີ, ໃສ່ໝາກເຜັດຜົງຕຳໄປເລື້ອຍໆ, ຈາກນີ້ກໍ່ຕັກນຳ້ລາບໃສ່ ເທື່ອລະໜ້ອຍ ແລ້ວຄົນໃຫ້ເຂົ້າກັນຈະເຮັດໜຽວ ຫລື ແຫລວຕາມໃຈມັກ ແລ້ວຕາມດ້ວຍເຂົ້າຂົ້ວ, ຊິມລົດໃຫ້ພໍດີ ແລ້ວນຳເຄື່ອງຫອມທຸກຊະນິດລົງຄົນໃຫ້ທົ່ວ ຈາກນັ້ນຕັກໃສ່ຈານແລ້ວຮັບປະທານໄດ້.

* ຜັກທີ່ກິນກັບລາບ

ຜັກກະເດົາ, ໝາກລິ່ນໄມ້, ຜັກກາດຂິວ, ຜັກສະເມັກ.

ແຊຣ.