- kinzapzap - http://www.kinzapzap.com -

ຢໍ່ຈືນ

ເຄື່ອງປະກອບ

  1. ຊີ້ນໝູ 1 ໂລ
  2. ຜັກບົ່ວໃຫຍ່ 2 ຫົວ
  3. ເສັ້ນລ້ອນ 1 ຫໍ່ໃຫຍ່
  4. ໄຂ່ໄກ່ 2 ໜ່ວຍ
  5. ເຫັດຫູໜູ 1 ກລາມ
  6. ພິກໄທ 1 ບ່ວງນ້ອຍ
  7. ແຜ່ນຢໍ່ 20ແຜ່ນ
  8. ນຳມັນພືດ 1 ລິດ
  9. ກາລົດ 3 ຂີດ
  10. ມັນຝຣັ່ງ 0.3 ໂລ
  11. ເຜືອກ 0.5 ໂລ
  12. ເກືອ 1 ບ່ວງຊາ
  13. ແປ້ງນົວ 1 ບ່ວງຊາ
  14. ນຳ້ປາ 1 ບ່ວງແກງ

 

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດອຍບລາງໆຝັກໃຫ້ແຫລກ, ຜັກບົ່ວໃຫຍ່ຊອຍບາງໆ, ເສັ້ນລ້ອນແຊ່ນຳ້ແລ້ວຕັດ ໃຫ້ສັ້ນ, ເຫັດຫູໜູແຊ່ນຳ້ໃຫ້ອ່ອນລ້າງໃຫ້ສະອາດແລ້ວຊອຍບາງໆ, ແຜ່ນຢໍ່ແຜ່ນໜື່ງຕັດໃຫ້ໄດ້ 8 ສ່ວນປະໄວ້, ກະລົດ, ມັນຝຣັ່ງປອກເປືອກອອກຝັກແລ້ວຊອຍບາງໆ, ເຜືອກປອກເປືອກອອກຝັກແລ້ວຊອຍ (ຫລືຈະໜື້ງໃສ່ ກ່ອນກໍ່ໄດ້).

ວິທີປຸງ ຢໍ່ຈືນ

ເຄື່ອງທັງໝົດທີ່ກຽມໄວ້ຊາວໃຫ້ເຂົ້າກັນພ້ອມດ້ວຍເຄື່ອງປຸງທັງໝົດ ແລົວຫໍ່ໃຫ້ກົມໆແຂງໆ, ເອົານຳ້ມັນ ໃສ່ໝໍ້ຄ້າງໄຟໃຫ້ຮ້ອນພໍປານກາງ, ເອົາຢໍ່ລົງຈືນໃຫ້ສຸກເຫລືອງພໍດີ ຕັກໃສ່ກະເຊາະໃຫ້ສະເດັດນຳ້ມັນ ໃຫ້ຮັບປະ ທານເປັນຂອງຫວ່າງ.

ຢໍ່ຈືນ

ຢໍ່ຈືນ

ວິທີປຸງນຳ້ແຈ່ວ

ນຳ້ຕານ 1 ຖ້ວຍນ້ອຍ ຂົ້ວໄຟໃຫ້ອ່ອນໃຫ້ເຫລືອງຫອມ, ໃສ່ນຳ້ເຄິ່ງຖ້ວຍໃຫຍ່ຕາມດ້ວຍແປ້ງນົວ, ເກືອ, ນຳ້ປາ ປຸງລົດໃຫ້ພໍດີ ປົງລົງປະໄວ້ໃຫ້ເຢັນ, ໝາກເຜັດດິບແດງ, ນຳ້ໝາກນາວ, ຖົ່ວດິນປຸງລົດໃຫ້ເຂົ້າກັນ ໃຊ້ສຳລັບຈິ້ມກັບຢໍ່.

ຜັກກິນກັບ

  1. ສະລັດ 1/2 ໂລ
  2. ຫອມລາບເຄິ່ງຂີດ
  3. ເຂົ້າປຸ້ນ 1 ໂລ
  4. ໃບອີເລີດ 2 ມັດ
  5. ໝາກແຕງ 2 ໜ່ວຍ
  6. ໝາກເລັ່ນ 0.1 ກິໂລ
  7. ຫອມປ້ອມ 1 ມັດ
  8. ໝາກຖົ່ວ 1 ມັດ