ພິມ ພິມ

ມົກປາແດກເມືອງຫຼວງ

0

ເຄື່ອງປະກອບ

ໄຂ່ 5 ໜ່ວຍ

ໜັງໝູ 3 ຂີດ

ນຳ້ປາແດກ 1/2 ຖ້ວຍນ້ອຍ

ແປ້ງນົວ 1 ບ່ວງຊາ

ຊີ້ນໝູຕິດມັນ 1 ກິໂລ

ໝາກພ້າວ 1 ໜ່ວຍໃຫຍ່

ລ້ອນ 1 ຫໍ່ໃຫຍ່

ໃບຕອງຕາມຈຳນວນຕ້ອງການ

ຜັກທຽມແຫ້ງ 1 ຂີດ

ຜັກບົ່ວແຫ້ງ 3 ຂີດ

ຫົວສີໄຄ 3 ຂີດ

ໃບຂີຫູດຕາມຈຳນວນຕ້ອງການ

ໝາກເຜັດດິບແດງ 15 ໜ່ວຍ

ຫອມບົ່ວໃບ 1 ມັດ

ມົກປາແດກເມືອງຫລວງ

ມົກປາແດກເມືອງຫລວງ

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດຝັກໃຫ້ແຫລກ, ຜັກບົ່ວຜັກທຽມແຫ້ງແກະກາບອອກແລ້ວຜ່າເຄິ່ງ, ຫົວສີໄຄ ລ້າງນຳ້ໃຫ້ສະອາດຕັດເປັນຕ່ອນຍາວລະຫວ່າງ 2 ຂໍ້ມື, ໝາກເຜັດດິບແດງຜ່າເຄິ່ງ, ໃບຂີ້ຫູດຊອຍບາງໆ, ໜັງໝູຕົ້ມໃຫ້ເປື່ອຍພໍດີ, ກະທິຄັ້ນເອົາແຕ່ນຳ້ຫົວປະໄວ້, ໃບຕອງຈີກແລ້ວເຊັດໃຫ້ສະອາດ, ເສັ້ນລ້ອນແຊ້ນຳ້ໃຫ້ ອ່ອນຕັດໃຫ້ສັ້ນ, ຜັກບົ່ວໃບລ້າງນຳ້ໃຫ້ສະອາດປະໄວ້.

ວິທີປຸງ ມົກປາແດກເມືອງຫລວງ

ເອົາຊີ້ນໝູ, ນຳ້ປາແດກ, ໄຂ່ ຄົນໃຫ້ເຂົ້າກັນ ໃສ່ແປ້ງນົວ, ເສັ້ນລ້ອນ, ກະທິໝາກພ້າວ, ເຄື່ອງຫອມ ທຸກຢ່າງ ຄົນໃຫ້ເຂົ້າກັນ ປຸງລົດໃຫ້ພໍດີ ຕັກໃສ່ໃບຕອງຫໍ່ໃຫ້ງາມ ແລ້ວນຳໄປໜື້ງ 30 ນາທີ ປົງລົງ ແລ້ວນຳໄປ ຮັບປະທານໄດ້.

ແຊຣ.