- kinzapzap - http://www.kinzapzap.com -

ພິດຊ່າໄສ້ກອກເຜັດ

ແປ້ງພິດຊ່າ

ເຄື່ອງປະກອບ :

  • ແປ້ງເຂົ້າຈີ່ : 300 g
  • ຜົງຟູ : 1 ຫໍ່
  • ນຳ້ອຸ່ນ : 20 cl
  • ເກືອ : 1/2 ບ່ວງກາເຟ
  • ນຳ້ຕານ : 1/2 ບ່ວງກາເຟ

ການກະກຽມ :

ເທແປ້ງໃສ່ຖ້ວຍໃຫຍ່ (ກົ້ນເລິກ) ປະໄວ້ ແລ້ວປະສົມນຳ້, ນຳ້ຕານ, ເກືອ ແລະ ຜົງຟູ ໃສ່ຖ້ວຍຕ່າງຫາກ ຄົນໃຫ້ລະລາຍ ແລ້ວນຳໄປເທໃສ່ແປ້ງ ຄົນນ່ຽງໃຫ້ເປັນກ້ອນ ໂຮຍແປ້ງໃສ່ເພື່ອບໍ່ໃຫ້ຕິດ ຫຼັງຈາກນັ້ນເອົາກ້ອນແປ້ງໄປຫໍ່ໃສ່ຜ້າທີ່ຊຸມ ປະໄວ້ປະມານ 1 ຊົ່ວໂມງ ກີ້ງແປ້ງໃສ່ພາສະນະທີ່ໂຮຍດ້ວຍແປ້ງ ເຮັດເປັນແຜ່ນໜາຈັກ 5 mm ໃສ່ໜ້າ ຊີ້ນ, ຜັກ, ເນີຍແຂງ ແລະ ຊອດສ໌ ຕາມໃຈມັກ

ແປ້ງພິດຊ່າ

ແປ້ງພິດຊ່າ

ພິດຊ່າໄສ້ກອກເຜັດ

ເຄື່ອງປະກອບ :

  • ແປ້ງພິດຊ່າ : 300 g
  • ນຳ້ມັນໝາກກອກ : 1 ບ່ວງແກງ
  • ໝາກເລັ່ນກະປ໋ອງ (ເປັນໜ່ວຍ) : 1 ປ໋ອງ
  • ເນີຍເປັນຕ່ອນ (mozzarella) : 120 g
  • ໄສ້ກອກເຜັດ (pepperonie) : 150 g
  • ແອບເດິໂປຣວອງເຊີ : 1 ບ່ວງກາເຟ

ການກະກຽມ :

ກີ້ງແປ້ງພິດຊ່າໃສ່ພາສະນະທີ່ໂຮຍດ້ວຍຜົງແປ້ງ (ເພື່ອບໍ່ໃຫ້ຕິດ) ເຮັດເປັນແຜ່ນມົນ ແລ້ວນຳໄປໃສ່ຖາດອົບທີ່ຫຸ້ມດ້ວຍເຈ້ຍມັນ ທານຳ້ມັນໝາກກອກໃສ່ແຜ່ນໃຫ້ທົ່ວໂດຍໃຊ້ແປງຊ່ວຍ ເອົາໝາກເລັ່ນທີ່ເຮັດເປັນຕ່ອນເລະຢາຍໃສ່ ຕາມດ້ວຍເນີຍ, ໄສ້ກອກທີ່ຊອຍເປັນແຜ່ນມົນບາງ ແລະ ໂຮຍໜ້າດ້ວຍແອບເດິໂປຣວອງເຊີ ນຳເຂົ້າເຕົາອົບ ໃຊ້ເວລາ 15 ນາທີ ຄວາມຮ້ອນ 200 ອົງສາ

ພິດຊ່າໄສ້ກອກເຜັດ

ພິດຊ່າໄສ້ກອກເຜັດ