- kinzapzap - http://www.kinzapzap.com -

ພັນໄຂ່

ເຄື່ອງປະກອບ

  1. ພັນ​ໄຂ່   

    ພັນ​ໄຂ່

    ຊີ້ນໝູບົດ 1/2 ກິ​ໂລ

  2. ໄຂ່ໄກ່ ຕີ​ໃຫ້​ແຕກ​ຈືນ​ເປັນ​ແຜ່ນ​ບາງໆ 10 ໜ່ວຍ
  3. ຜັກ​ບົ່ວ​ແຫ້ງ 10 ຫົວ
  4. ນຳ້ປາ 2 ບ່ວງ​ແກງ
  5. ເກືອ, ພິກ​ໄທ, ​ແນວ​ລະ 1 ບ່ວງ​ຊາ
  6. ຜັກ​ບົ່ວ​ສົດ ລ້າງ​ນຳ້​ໃຫ້​ສະອາດ​ຊອຍ​ແລບໆ 3 ຕົ້ນ
  7. ໃບຕອງ​ຈີກ​ແລ້ວ​ເຮັດ​ໃຫ້​ສະອາດ ຕາມ​ຈຳນວນ​ຕ້ອງການ

ວິທີປຸງ ພັນ​ໄຂ່

ຕຳ​ຫອມ​ໃຫ້​ແຫຼກ​ໃສ່​ຊີ້ນ, ພິກ​ໄທ, ​ເກືອ, ນຳ້ປາຄົນ​ໃຫ້​ເຂົ້າກັນ ປຸງ​ລົດ​ໃຫ້​ພໍດີ ໃສ່​ຫອບົ່ວ​ໃບ ຈາກ​ນັ້ນ​ເອົາ​ແຜ່ນ​ໄຂ່ວາງ​ເທິງຖາດ ​ແລ້ວ​ຕັກ​ຊີ້ນ​ທີ່​ປຸງ​ວາງ​ໃສ່​ຈານ​ໃຫ້​ທົ່ວ​ແຜ່ນ​ໄຂ່ ແຕ່​ບໍ່​ໃຫ້​ເຕັມ​ຈົ່ງ​​ແຄມ​​ໄວ້ ຫຼັງຈາກ​ນັ້ນ​ຫໍ່​ພັບ​ໄຂ່​ເຂົ້າ​ທັງ 2 ສົ້ນ ແລ້ວ​ມ້ວນ​ແຜ່ນ​ໄຂ່​ໃຫ້​ເປັນ​ທ່ອນ​ກົມ​ ເອົາ​ໃບຕອງ​ມາຫໍ່​ແລ້ວນຳ​​ໄປ​ໜຶ້ງປະ​ມານ 30 ນາທີ. ຫຼັງຈາກ​ນັ້ນ​ຕັດ​ເປັນ​ຕ່ອນ​ພໍດີ​ຄຳ​ແລ້ວ​ຈັດ​ເສີ​ບທັນ​ທີ.