- kinzapzap - http://www.kinzapzap.com -

ພະແນງຊີ້ນງົວ

ເຄື່ອງປະກອບ

ຊີ້ນສັນງົວ: 1/2 ກິໂລ

ນຳ້ກະທິໝາກພ້າວ: 3 ຖ້ວຍ

ໃບຂີ້ຫູດ: 5 ໃບ

ບົວລະພາ: 1 ມັດ

ໝາກເຜັດໃຫຍ່ແຫ້ງ: 5 ໜ່ວຍ

ຜັກບົ່ວແຫ້ງ: 5 ຫົວ

ຜັກທຽມແຫ້ງ: 3 ຫົວ

ສີໄຄ: 3 ຫົວ

ຫົວຂ່າ: 5 ຝານ

ເປືອກໝາກຂີ້ຫູດຊອຍແລບໆ: 1 ບ່ວງແກງ

ຮາກຫອມປ້ອມຕຳລະອຽດ: 1 ບ່ວງແກງ

ພິກໄທ: 5 ເມັດ

ນຳ້ຕານ: 3 ບ່ວງແກງ

ນຳ້ປາ: 1 ບ່ວງແກງ

ເກືອ: 1/2 ບ່ວງແກງ

ກະປິ: 1/2 ບ່ວງແກງ

ນຳ້ມັນ: 1 ຖ້ວຍ

ພະແນງຊີ້ນງົວ

ພະແນງຊີ້ນງົວ

ວິທີປຸງ ພະແນງຊີ້ນງົວ

ຊີ້ນລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນບາງໆ, ເປືອກຂີ້ຫູດ, ບົ່ວລະພາລ້າງນຳ້ໃຫ້ສະອາດ ແລ້ວເດັດເປັນໃບ, ໝາກເຜັດແກະອອກແຊ່ນນຳ້ໃຫ້ອ່ອນຟັກໃຫ້ແຫຼກ, ຜັກຫອມບົ່ວ, ຫອມທຽມຊອຍບາງໆ ແລ້ວຕຳ ໃສ່ເຄື່ອງຫອມທູກຢ່າງໃຫ້ເປັນເຄື່ອງແກງ.

ເອົານຳ້ຫົວກະທິໃສ່ໝໍ້ຂ້ຽວໃຫ້ແຕກມັນ ແລ້ວເອົາເຄື່ອງຫອມລົງຂົ້ວໃຫ້ຫອມຈົນຂື້ນໜ້າສີແດງ ແລ້ວນຳຊີ້ນລົງໃສ່ປຸງລົດດ້ວຍເຄື່ອງປຸງຕ່າງໆປົງລົງຕັກໃສ່ຈານ ແລະຕົບແຕ່ງໜ້າຈານໃຫ້ງາມ.