ພິມ ພິມ

ຜັກກາດດອງ

0
ຜັກກາດດອງ

ຜັກກາດດອງ

ເຄື່ອງປະກອບ

  1. ນຳ້ 3 ປິດ
  2. ເກືອ 5 ກກ.
  3. ນຳ້ຕານ 2ກກ.
  4. ຜັກກາດຂຽວ

ວິທີເຮັດ ຜັກກາດດອງ

  1. ໃສ່ນຳ້ລົງໄປໃນໂອ່ງດອງ 3 ປິດ ໃຊ້ເກຶອ 2 ກກ ຄົນໃຫ້ລະລາຍ.
  2. ນຳຜັກກາດທີ່ສົ່ງມາແລ້ວຍັງບໍ່ຕ້ອງລ້າງ ຕັດແຕ່ກ້ານແກ່ອອກ ໃສ່ລົງໄປໃນໂອ້ງທີ່ມີນຳ້ເກຶອລະລາຍ
  3. ໃຫ້ຖ້ວມ ແລ້ວໃຊ້ໄມ້ຄັດທີ່ປາກໂອ້ງ 2ຄືນ ຫາກບໍ່ຄັດໄວ້ຜັກຈະລົ້ນອອກມາ.
  4. ແລ້ວນຳອອກມາລ້າງ 2ເທື່ອ ເກັບໃບທີ່ຫຼົ່ນຫຼືບໍ່ສົມບູນໄວ້.
  5. ຕີນຳ້ສົມດ້ວຍອັດຕາສ່ວນ ເກຶອ 3ກກ ໃສ່ນຳ້6ປິດ, ນຳ້ຕານ 2ກກ ຄົນໃຫ້ລະລາຍເຂົ້າກັນ ເອົາຜັກທີ່
  6. ລ້າງຕາກໄວ້ໃຫ້ສະເດັດນຳ້ ແລ້ວໃສ່ລົງໄປໃນໂອ່ງປະໄວ້ 3-4 ຄືນ ກໍ່ນຳອອກໄປຂາຍຫຼືຮັບປະທານໄດ້.
ແຊຣ.