ພິມ ພິມ

ປີກໄກ່ນຳ້ແດງ

0

ເຄື່ອງປະກອບ

  1. ປີກ​ໄກ່ 1 ກິ​ໂລ
  2. ຫອມປ້ອມ​ເດັດ​ເປັນ​ໃບ 1 ມັດ
  3. ຫອມບົ່ວ​ໃຫຍ່​ຊອຍ​ສີ່ຫຼ່ຽມ 1 ຫົວ
  4. ໃບ​ກາ​ວານ 3 ໃບ
  5. ແປ້ງ​ສາລີ 1/2 ຖ້ວຍຕວງ
  6. ປີກ​ໄກ່ນຳ້​ແດງ

    ປີກ​ໄກ່ນຳ້​ແດງ

    ພິກ​ໄທ 1/2 ບ່ວງຊາ

  7. ນຳ້ຕານ 2 ບ່ວງ​ແກງ
  8. ເກືອ 1/2 ບ່ວງ​ແກງ
  9. ນຳ້ໝາກ​ເລັ່ນ 3 ບ່ວງ​ແກງ
  10. ນຳ້ໝາກ​ເຜັດ 2 ບ່ວງ​ແກງ
  11. ສະອິວ​ຂາວ 2 ບ່ວງ​ແກງ
  12. ນຳ້ 2 ຖ້ວຍ​ຕວງ
  13. ນຳ້ມັນ​ສຳລັບ​ຈືນ.

ວິທີປຸງ ປີກ​ໄກ່ນຳ້​ແດງ

  1. ​ໄກ່​ລ້າງ​ໃຫ້​ສະອາດ ​ໃສ່​ກະ​ເຊາະ​ໃຫ້ສະ​ເດັດ​ນຳ້
  2. ເອົາ​ໄກ່​ມາ​ມັກ​ໃສ່​ພິກ​ໄທ, ​ເກືອ, ສະອິວ ​ແລ້ວ​ປະ​ໄວ້ 10 ນາທີ​ ນຳ​ມາ​ເກືອກ​​ແປ້ງ​ສາລີ​ໃຫ້​ທົ່ວ.
  3. ເອົາ​ລົງ​ຈືນ​ໃສ່ນຳ້ມັນ​ທີ່ຮ້ອນພໍ​ເຫຼືອງ ຕັກ​ອອກ​ໃຫ້​ສະ​ເດັດ​ນ້ຳມັນ.
  4. ເອົານຳ້ມັນ 3 ບ່ວງ​ແກງ​ລົງ​ໃສ່​ໝໍ້​ແລ້ວ​ເອົາ​ຫອມ​ບົ່ວ​ໃຫຍ່​ລົງ​ຄົນ​ໃສ່ນຳ້ໝາກ​ເລັ່ນ, ໝາກ​ເຜັດ, ສະອິວ, ນຳ້ຕານ, ​ໃບ​ກາ​ວານ, ຄວາມ​ພໍ​ຫອມ ​ເອົາ​ໄກ່​ໃສ່​ແລ້ວ​ນຳນຳ້​ໃສ່​ໃຫ້​ຖ້ວມ​ຄວາມ​ໄຟ​ອ່ອນໆ ຈົນ​ຊີ້​ນ​ເປື່ອຍ​ຕັກ​ອອກ​ໃສ່​ຈານ.
  5. ຕົບ​ແຕ່ງ​ດ້ວຍໝາກ​ແຕງ, ໝາກ​ເລັ່ນ, ມັນຝຣັ່ງ, ກະ​ລົດລວກ,ຖົ່ວ​ກະແເວ​ລວກ.
ແຊຣ.