ພິມ ພິມ

ປາໜື້ງບ້ວຍ

0
ປາໜື້ງບ້ວຍ

ປາໜື້ງບ້ວຍ

ເຄື່ອງປະກອບ

ປານີນ ຫຼື ປາກະພົງ: 1 ໂຕ

ໝາກບ້ວຍກະປອງ: 1 ຖ້ວຍ

ຊີອີ້ວຂາວ: 3 ບ່ວງແກງ

ຊີອີ້ວພູເຂົາທອງ: 3 ບ່ວງແກງ

ເກືອ: 1 ບ່ວງຊາ

ຫອມປ້ອມ: 1 ມັດ

ຂີງຊອຍແລບໆ: 1 ບ່ວງແກງ

ວິທີປຸງ ປາໜື້ງບ້ວຍ

ປາຄົວລ້າງນຳ້ໃຫ້ສະອາດ, ເຊາະເກັດ ແລະ ເອົາຄີອອກ ແລ້ວຫັນທັງສອງຂ້າງໃຫ້ສະຫຼຽງ ແລ້ວນຳມາ ເອືອບເຄື່ອງປຸງປະໄວ້ປະມານ 10 ນາທີເວລາຈະໜື້ງແມ່ນບີບໝາກບ້ວຍໃສ່.

ເອົາໝໍ້ຊື່ງໃສ່ນຳ້ຄ້າງໄຟໃຫ້ຮ້ອນແລ້ວນຳປາໃສ່ຖາດເອົາປາໜື້ງ ປະມານ 30 ນາທີເວລາເສີບ ແມ່ນເອົາໃບຫອມໂຮຍໜ້າ.

ແຊຣ.