- kinzapzap - http://www.kinzapzap.com -

ປາເຄັມ

ເຄື່ອງປະກອບ

  • ປານິນຂະໜາດ 7-8 ໂຕ/ກກ ຫຼື ປະສວາຍ, ປາດຸກ, ປາປາກ.
  • ເກຶອເມັດ.
  • ນຳ້
  • ສີປະສົມອາຫານ (ສີແດງ).
  • ນຳ້ກ້ອນບົດ.
ປາເຄັມ

ປາເຄັມ

ວິທີເຮັດ ປາເຄັມ

ຄົວປາໃຫ້ຮຽບຮ້ອຍເຊັ່ນ: ເສາະເກັດ, ຕັດຫົວ, ເສຍຂີ້ທັງໝົດອອກ.

ລ້າງໃຫ້ສະອາດຫຼາຍນຳ້ , ໃຊ້ບ່ວງຂູດເມືອກແລະພາຍໃນທ້ອງປາໃຫ້ສະອາດ.

ເອົາປາທີ່ລ້າງສະອາດໄປເອືອບເກຶອໃນອັດຕາສ່ວນຂອງປາທີ່ລ້າງສະອາດແລ້ວຈຳນວນ 50 ກກ/ເກຶອເມັດຈຳນວນ 2 ກກ ລະລາຍນຳ້ຈຳນວນ 2ປິດ ປະສົມສີອາຫານສີແດງ.

ເອົາປາແຊ່ໃນຊາມ ໃສ່ນຳ້ກ້ອນບົດຈຳນວນ 40 ກກ ພ້ອມນຳ້ເກຶອທີ່ປະສົມແລ້ວອັດໄວ້ 1ຄືນ.

ຕື່ນຂoeນມາເອົາປາມາລ້າງອີກເທື່ອໜຶ່ງໃຫ້ສະອາດ ເອົາໄປຕາກແດດປະມານ 4-5 ຊົ່ວໂມງ ສາມາດນຳໄປຂາຍຫຼືເອົາໄປກິນໄດ້.

ໝາຍເຫດ: ໃນການໃຊ້ນຳ້ກ້ອນນອກຈາກເຮັດໃຫ້ຊີ້ນປາຢູ່ໃນສະພາບດີ ແລະຄຸນຄ່າຍັງໃຊ້ແທນດິນປະສິວ ຊຶ່ງເປັນສານທີ່ທຳລາຍຮ່າງກາຍ, ແລະເມື່ອໃຊ້ນຳ້ກ້ອນແລ້ວຈຶ່ງເຮັດໃຫ້ຜູ້ບໍລິໂພດປອດໄພ.