- kinzapzap - http://www.kinzapzap.com -

ປາລາດພິກ

ເຄື່ອງປະກອບ

ປານີນ: 500g

ໝາກເລັ່ນ: 2 ໜ່ວຍ

ໝາກເພັດຢວກ: 5 ໜ່ວຍ

ໝາກເພັດນ້ອຍ: 10 ໜ່ວຍ

ນຳ້ມາກເພັດ: 1 ແກ້ວ

ນຳ້ມັນພືດ: 1 ລິດ

ຜັກທຽມ: 1 ຫົວ

ນຳ້ຕານ: 3 ບ່ວງແກງ

ເກືອ: 1 ບ່ວງຊາ

ຂະນໍ: 1 ກ້ອຍ

ໝອມປ້ອມ: 1 ມັດ

ແປ້ງສາລີ: 2 ບ່ວງແກງ

ນຳ້ມັນຫອຍ: 3 ບ່ວງແກງ

ປາລາດພິກ

ປາລາດພິກ

ວິທີປຸງ ປາລາດພິກ

ປາລ້າງນຳ້ໃຫສະອາດ ເຊາະເກັດແລ້ວຫັນທາງຂ້າງໃຫ້ສະຫຼ່ຽງທັງສອງດ້ານ ແລ້ວເອົາປາທີຄົວ ແລ້ວນຳມາເອືອບເຄື່ອງປຸງທຸກຢ່າງ. ໝາກເພັດ, ໝາກເລັ່ນລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນສະຫຼ່ຽມ. ໝາກເພັດນ້ອຍຜ່າເຄິງ, ຫອມປ້ອມລ້າງນຳ້ໃຫ້ສະອາດ. ເອົານຳ້ມັນໃສ່ໝໍ້ຄ້າງ ໄຟໃຫ້ຮ້ອນ ແລ້ວນຳປາມາ ເອືອບແລ້ວນຳລົງຈືນໃຫ້ເຫຼືອງຕັກຂື້ນ ໃຫ້ສະເດັດນຳ້ມັນ ຈັດໃສ່ຈານປະໄວ້.

ເອົາຜັກທຽມລົງຂົ້ວໃສ່ນຳ້ມັນໃຫ້ຫອມ ແລ້ວເອົາ ໝາກເລັ່ນລົງຂົ້ວໃສ່ພ້ອມດ້ວຍນຳ້ໝາກເຜັດເອົາ ໝາກເຜັດລົງໃສ່ຂົ້ວຕໍ່ໄປໃຫ້ສຸກແລ້ວ ປຸງລົດໃຫ້ອອກລົດຫວານເພັດໃສ່ໝາກເພັດນ້ອຍລົງໄປ ພໍສຸກ ຕັກລາດໃສ່ປາທີຈັດໄວ້ຈານແລ້ວໂຮຍໜ້າດ້ວຍໃບຫອມ.