- kinzapzap - http://www.kinzapzap.com -

ປາລາດຊອດປ້ຽວ

ເຄື່ອງປະກອບ

ປາທູ: 1 kg

ຜັກບົ່ວແຫ້ງ: 5 ຫົວ

ໝາກເຜັດດິບແດງ: 10 ໜ່ວຍ

ຜັກທຽມ: 1 ຫົວ

ນຳ້ໝາກຂາມປຽກ: 1/2 ຖ້ວຍນ້ອຍ

 

ນຳ້ມັນພືດ: 0.5 ລີດ

ນຳ້ມັນຫອຍ: 4 ບ່ວງແກງ

ນຳ້ປາ: 4 ບ່ວງແກງ

ຮາກຫອມປ້ອມຊອຍແລບໆ: 1 ບ່ວງແກງ

ນຳ້ຕານ: 2 ບ່ວງແກງ

ເກືອ: 1 ບ່ວງແກງ

ປາລາດຊອດປ້ຽວ

ປາລາດຊອດປ້ຽວ

ວິທີປຸງ ປາລາດຊອດປ້ຽວ

ປາລ້າງນຳ້ໃຫ້ສະອາດ ນຳ້ໃສ່ເກືອ ແລ້ວນຳນຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນເອົາປາລົງຈືນໃຫ້ເຫຼືອງຕັກອອກໃຫ້ສະເດັດນຳ້ມັນແລ້ວ ຈັດໃສ່ຈານປະໄວ້.

ຜັກບົ່ວແຫ້ງປອກກາບອອກລ້າງນຳ້ໃຫ້ສະອາດ, ຜັກທຽມແກະກາບອອກ, ຮາກຫອມປ້ອມ, ໝາກເຜັດເຄື່ອງຫອມທັງໝົດຕຳໃຫ້ລະອຽດ ນຳໄປຂົ້ວໃສ່ນຳ້ມັນຫອຍ ປຸງລົດດ້ວຍນຳ້ ໝາກຂາມປຽກ, ນຳ້ປາ, ນຳ້ຕານປຸງລົດໃຫ້ໄດ້ 3 ລົດເຄັມສົ້ມຫວານລາດ ໃສ່ປາທີຕຽມໄວ້ແລ້ວເສີບໄດ້ທັນທີ.