- kinzapzap - http://www.kinzapzap.com -

ປາປ້ຽວຫວານ

ເຄື່ອງປະກອບ

ປາໜັງ-ປານີນ: 1 ກິໂລ

ໝາກເຜັດໃຫຍ່: 4 ໜ່ວຍ

ໝາກນັດຊອຍເປັນຕ່ອນ: 0.5 ຖ້ວຍ

ໝາກເລັ່ນໃຫຍ່: 3 ໜ່ວຍ

ຜັກຫົວໃຫຍ່: 2 ຫົວ

ຊິອີວ: 2 ບ່ວງແກງ

ນຳ້ປາ: 2 ບ່ວງແກງ

ແປ້ງສາລີ: 1 ຖ້ວຍ

ນຳ້ມັນສຳລັບຈືນ: 0.5 ລີດ

ນຳ້ໝາກເລັ່ນ: 1ແກ້ວ

ໄຂ່ໄກ່: 2 ໜ່ວຍ

ນຳ້ຕານ: 3 ບ່ວງແກງ

ເກືອ: 1 ບ່ວງແກງ

ເຊີເນີລີ: 1 ມັດ

ນຳ້ມັນຫອຍ: 3 ບ່ວງແກງ

ພິກໄທ: 1 ບ່ວງຊາ

ຜັກທຽມ: 3 ຫົວ

ປາປ້ຽວຫວານ

ປາປ້ຽວຫວານ

ວິທີປຸງ ປາປ້ຽວຫວານ

ປາລ້າງນຳ້ໃຫ້ສະອາດແລ້ວ ມາເອືອບເຄື່ອງປຸງທູກຢ່າງແລ້ວນຳມາເກືອກໄຂ່ ແລະ ເກືອກແປ້ງແລ້ວນຳມາຈືນໃຫ້ເຫຼືອງ ແລ້ວຈັດໃສ່ຈານປະໄວ້. ໝາກເຜັດໃຫຍ່, ໝາກເລັ່ນ, ຫອມບົ່ວໃຫຍ່ ແມ່ນຊອຍເປັນຕ່ອນສີ່ຫຼ່ຽມ, ຜັກຫອມຕ່າງໆ ແມ່ນລ້າງໃຫ້ສະອາດແລ້ວ ນຳມາຊອຍສະຫຼຽງ, ສຳລັບແປ້ງ 3 ບ່ວງແກງແມ່ນ ກອຍນຳ້ປະໄວ້.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ແລ້ວເອົາຫອມທຽມລົງຂົ້ວ ໃຫ້ຫອມແລ້ວໃສ່ນຳ້ໝາກເລັ່ນຈາກນັ້ນ ໃສ່ໝາກເຜັດ, ຜັກບົ່ວ, ໝາກເລັ່ນ ແລະ ໝາກນັດປຸງລົດດ້ວຍເຄື່ອງປຸງທຸກຢ່າງແລ້ວນຳມາລາດປາ ທີຈັດໄວ້ໃນຈານ ໂຮຍໜ້າດ້ວຍໃບຫອມ