ພິມ ພິມ

ປາປິ້ງຊົງເຄື່ອງ

0
ປາປິ້ງຊົງເຄື່ອງ

ປາປິ້ງຊົງເຄື່ອງ

ສ່ວນປະກອບ

  •  ປາໃນ: 1 ໂຕ
  • ຫົວສີໃຄ: 1 ຫົວ ຊອຍບາງໆ
  • ຫົວຜັກບົ່ວແດງ: 1 ຫົວ
  • ໝາກເຜັດສຸກແດງ: 3 ໜ່ວຍ
  • ໝາກແຂ່ນຕຳ: 1 ບ່ວງກາເຟ
  • ຄະນໍຜົງ: 2 ບ່ວງກາເຟ (ຫລືໃຊ້ເກືອແລະນຳ້ຕານແທນກໍໄດ້)
  • ນຳ້ຊີອິ້ວ: 1 ບ່ວງ

 ວິທີເຮັດ ປາປິ້ງຊົງເຄື່ອງ

ເອົາ ປາໃນມາຜ່າຫຼັງແຜ່ອອກ, ເອົາບີອອກ, ເອົາຫົວສີໃຄຊອຍ ຫົວຜັກບົ່ວແດງ ໝາກເຜັດສຸກ ມາຕຳເຂົ້າກັນໃຫ້ແຫຼກພໍປະມານ, ເອົາໝາກແຂ່ນປົ່ນ ຄະນໍຜົງ ນຳ້ຊີອິ້ວ ລົງປະສົມເຂົ້າກັບຂອງທີ່ຕຳໄວ້ ແລ້ວເອົາສ່ວນປະສົມນີ້ໄປຫຍັດໃສ່ທ້ອງປາທີ່ແຜ່ອອກ.

ພັບປາເຂົ້າ ແລ້ວເອົາເກືອທາປາໃຫ້ທົ່ວທັງສອງຂ້າງ ແລ້ວເອົາໄປປິ້ງໃຫ້ຈົນສຸກ.ຫຼັງຈາກນັ້ນກໍເອົາໃສ່ຈານແຜ່ທ້ອງມັນອອກແລ້ວກິນກັບເຂົ້າໜຽວຮ້ອນໆ ໃຜວ່າບໍ່ແຊບຫ້າມກິນ.

ແຊຣ.