ພິມ ພິມ

ປານມີເອ ໂອ ເປັດສ໌ໂຕ (ແປ້ງພາຍ ອົບໃສ່ ຜັກບົວລະພາ)

0

ເຄື່ອງປະກອບ

ແປ້ງພາຍ : 250 g

ໃບບົວລະພາ : 40 g

ເນີຍຜົງ ປາກເມີຊັອງ (parmesan) : 30 g

ຜົງອາມອນ : 30 g

ນຳ້ມັນໝາກອກ : 40 ml

ເກືອ ແລະ ພິກໄທ

ເນີຍແຂງ ເຊດາກ (cheddar) ຂູດເປັນເສັ້ນ : 100 g

ໄຂ່ໄກ່ : 1 ໜ່ວຍ (ເອົາແຕ່ໃຈເຫຼືອງ)

 

ການກະກຽມ ປານມີເອໂອເປັດສ໌ໂຕ

  1. ເປີດເຕົາອົບ ປັບຄວາມຮ້ອນໃສ່ 180 ອົງສາ
  2. ກຽມເປັດສ໌ໂຕ : ລ້າງເອົາແຕ່ໃບບົວລະພາ, ບົດໃຫ້ແຫຼກ, ຕື່ມເນີຍປາກເມີຊັອງ, ຜົງອາມ້ອນ, ນຳ້ມັນໝາກອກ, ເກືອ ແລະ ພິກໄທ. ແລ້ວບົດໃຫ້ເປັນເນື້ອອດຽວກັນ
  3. ກີ້ງແປ້ງພາຍໃຫ້ເປັນແຜ່ນໃຫຍ່ໜາ ປະມານ 2 mm, ທາເປັດສ໌ໂຕ ໃສ່ໃຫ້ທົ່ວແຜ່ນ ແລ້ວໂຮຍໜ້າດ້ວຍເນີຍເຊດາກ
  4. ມ້ວນແຜ່ນແປ້ງ ທັງສອງສົ້ນເຂົ້າຫາກັນ ແລ້ວ ຕັດເປັນປ່ຽງບາງ ½ cm. ຈະໄດ້ປ່ຽງຄືຮູບຫົວໃຈ, ຫຼັງຈາກນັ້ນ ວາງລຽນໃສ່ຖາດເຕົາອົບ ທີ່ຫຸ້ມດ້ວຍເຈ້ຍ (ເຈ້ຍມັນສຳລັບໃຊ້ອົບ)
  5. ກ່ອນອົບ ທາໄຂ່ເຫຼືອງໜ້ອຍໜຶ່ງ ໂດຍໃຊ້ແປງ ຫຼື ນີ້ວມືຊ່ວຍ
  6. ເອົາຖາດເຂົ້າເຕົາໃຊ້ເວລາອົບ 10 ຫາ 15 ນາທີ ປານມີເອ ຈະມີສີເຫຼືອງ ໜ້າຮັບປະທານ
    ປານມີເອ ໂອ ເປັດສ໌ໂຕ

    ປານມີເອ ໂອ ເປັດສ໌ໂຕ

ແຊຣ.