- kinzapzap - http://www.kinzapzap.com -

ປາດຸກແຫ້ງກອບ

ປາດຸກແຫ້ງກອບ

ປາດຸກແຫ້ງກອບ

ວັດຖຸດິບ: ປາດຸກ (ໂຕນ້ອຍຫຼືກາງ) 1 ກກ

ວິທີເຮັດ ປາດຸກແຫ້ງກອບ

  1. ຕັດຫົວປາອອກ, ຄົວປາແລ້ວແລ້ງໃຫ້ສະອາດທຸກໂຕ ແລ້ວເອົາໄປຕາກແດດປະມານ 1 ຊົ່ວໂມງ.
  2. ເອົາປາມາ ເອົາໄມ້ສຽບປາ ໄມ້ລະ 6 ໂຕ ຈາກນັ້ນເອົາໄປຕາກແດດອີກ 1 ຊົ່ວໂມງ.
  3. ເອົາປາມາປີ້ງໃສ່ໄຟທີ່ຈູດກາບໝາກພ້າວແຫ້ງ ໃຊ້ໃບຕອງຂຽວ ຫຸ້ມປາໄວ້ເພຶ່ອໃຫ້ຄັວນເອົ້າໃສ່ປາຕ້ອງລະມັດລະວັງບໍ່ໃຫ້ໄຟລຸກເມື່ອປາສຸກເຫຼືອງ ເອົາອອກຈາກໄຟ ເອົາປາໄປຕາກແດດທຸກມື້ຈົນປາແຫ້ງກອບ.
  4. ເອົາເກັບໄວ້ໃນຖົງμາງທີ່ສະອາດ ເກັບໄວ້ກິນດົນ.

ໝາຍເຫດ: ປາດຸກແຫ້ງກອບນີ້ຈະນຳໄປປີ້ງ, ຈືນແລະເຮັດແກງກໍ່ໄດ້.