ພິມ ພິມ

ປາຄໍລຸຍສວນ

0
ປາຄໍລຸຍສວນ

ປາຄໍລຸຍສວນ

​ເຄື່ອງ​ປະກອບ ​

  • ປາ​ຄໍ 1 ​ໂຕ
  • ຫົວສີ​ໄຄ, ​ໃບ​ຂີ້ຫູດ, ຫົວ​ຂ່າ, ໝາກ​ເຜັດ, ຫົວຜັກ​ບົວ​ແດງ, ຫົວ​ຜັກທຽມ, ​ໃບ​ອີ່​ຕູ, ຜັກບົວລະພາ, ຜັກຫອມ​ເປ, ນຳ້​ໝາກຂາມ​ປຽກ
  • ນຳຕານ 1 ບ່ວງ
  • ແປ້ງ​ນົວ 1 ບ່ວງ
  • ​ເກືອ ½ ບ່ວງ
  • ປາ​ແດກ 1 ບ່ວງ

ຂັ້ນ​ຕອນ​ທຳ​ອິດ​ແມ່ນ ນຳ​ເອົາ​ປາ​ຄໍ ​ໄປ​ໜຶ້ງ​​ໃຫ້​ສຸກ ​ແລ້ວ​ປົງ​ປະ​ໄວ້​ໃຫ້​ເຢັນ

ວິທີ​​ເຮັດ​ນຳ້​ແຈ່ວ ປາ​ລຸຍ​ສວນ

ນຳ​ນຳ້ໝາກ​ຂາມ​ປຽກ​ໄປ​ຂ້ຽວ, ນຳ​ເອົາ ຫົວຜັກ​ບົວ​ແດງ, ຫົວຜັກ​ທຽມ, ຫົວສີ​​ໃຄ, ໝາກ​ເຜັດ, ​ໄປ​ຕຳ​ໃຫ້​ລະອຽດ ​ແລ້ວ​ນຳ​ລົງ​ໄປ​ຂ້ຽວ​ກັບ​ໝາກຂາມ​ປຽກ​ໃຫ້​ເຂົ້າກັນ ຂ້ຽວ​ຈົນ​ຂຸ້ນ​ໄດ້​ທີ່​ ນຳ​ເຄື່ອງປຸງ​ທີ່​ກະກຽມ​ໄວ້​ຂ້າງ​ເທິງ​ນັ້ນ​ໃສ່​ແລ້ວ​ປຸງ​ລົດ​ໃຫ້​ເຂົ້າກັນ ແລ້ວ​ກໍ​ນຳ​ລົງ​ປະ​ໄວ້​ໃຫ້​ເຢັນ. ຫຼັງ​ຈາກ​ນັ້ນ ກໍ​ນຳ​ເອົາ​ນຳ້​ແຈ໋ວທີ່​ເຮັດ​ແລ້​ວນັ້ນ ມາລາ​ດລົງ​ທີ່​ປາ​ຄໍ່ ​ແລ້ວ​ຕົບ​ແຕ່ງ​ໃຫ້​ສວຍ​ງາມ​ດ້ວຍ​ເຄື່ອງ​ຫອມ, ພ້ອມ​ຮັບ​ປະທານ​ໄດ້​.

 

ວິທີ​​ເຮັດ ປາ​ລຸຍ​ສວນ

  • ໃສ່​ນຳ້ມັນ​ພືດ​ລົງ​ໃນ​ໝໍ້ ຕັ້ງ​ໄຟ​ຈົນ​ຮ້ອນ​ໃສ່​ໝາກ​ເຜັດ​ຊອຍ ຫົວ​ຜັກ​ທຽມ​ຊອຍ​ຜັດ​ພໍ​ຫອມ​ ໃສ່​ຊີ້ນປາ​ລົງ​ໄປ
  • ໃສ່​ນ້ນຳ້​ແກງ ປຸງ​ລົດ​ດ້ວຍ​ນຳ້​ປາ ນຳ້​ຕານ​ ຄົນ​ໃຫ້​ທົ່ວ ໃສ່​ໃບ​ບົວລະ​ພາ ໝາກ​ເຜັດ​ທີ່​ຊອຍ​ສະຫຼຽງ ຄົນ​ຄ່ອຍໆ ​ໃຫ້​ເຂົ້າ​ກັນ ຕັກ​ໃສ່​ຈານ​ພ້ອມ​ແຊບ​ໄດ້​ແລ້ວ​
ແຊຣ.