ພິມ ພິມ

ປາກະພົງເຕົ້າຈ້ຽວ

0

ເຄື່ອງປະກອບ

ປາກະພົງເອົາແຕ່ຊີ້ນ: 300g

ເຕົາຈ້ຽວ: 2 ບ່ວງແກງ

ຫອມບົ່ວໃຫຍ່: 2 ຫົວ

ໝາກເພັດຫວານ: 2 ໜ່ວຍ

ພິກໄທ: 1 ບ່ວງຊາ

ຜັກທຽມ: 1 ຫົວ

ນຳ້ມັນຫອຍ: 2 ບ່ວງແກງ

ຊີອີວຂາວ: 2 ບ່ວງແກງ

ຊີອີວພູເຂົາທອງ: 2 ບ່ວງແກງ

ນຳ້ຊູບ: 1 ຖ້ວຍ

ນຳ້ມັນພືກ: 1 ລີດ

ແປ້ງສາລີ: 0.5 ຖ້ວຍ

ວິທີປຸງ ປາກະພົງເຕົ້າຈ້ຽວ

ປາກະພົງເຕົ້າຈ້ຽວ

ປາກະພົງເຕົ້າຈ້ຽວ

ຊີ້ນປາລ້າງນຳ້ໃຫ້ສະອາດ ແລ້ວຊອຍເປັນຕ່ອນບາງ ນົມາເອືອບໃສ່ຊີອີວຄົນໃຫ້ເຂົ້າກັນປະໄວ້. ຫອມບົ່ວໃຫຍ່, ໝາກເພັດຫວານລ້າງໃຫ້ສະອາດປາດເປັນຕ່ອນສີ່ຫຼ່ຽມ. ຜັກທຽມ ທຸບໃຫ້ແຕກ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນແລ້ວ ເອົາຊີ້ນປາທີ່ເອືອບມາຈຸ່ມແປ້ງແລ້ວ ນຳມາຈືນໃຫ້ສຸກເຫຼືອງ ຕັກຂື້ນໃຫ້ສະເດັດນຳ້ມັນ. ເອົານຳມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນແລ້ວ ເອົາຜັກທຽມລົງຂົ້ວໃຫ້ຫອມ, ເອົາໝາກເຜັດຫວານລົງຂົ້ວພ້ອມດ້ວຍຫອມບົ່ວໃຫຍ່ໃສ່ນຳ້ມັນຫອຍ ເຕົ້າຈ້ຽວ, ຊີ້ນປາຄົນໃຫ້ເຂົ້າກັນປຸງລົດດ້ວຍເຄື່ອງປຸງຕ່າງໆ ແລະສຸດທ້າຍແມ່ນໃສ່ ແປ້ງພໍແປ້ງສຸກ ຕັກໃສ່ຈານເສີບຮ້ອນໆ.

 

ແຊຣ.