ພິມ ພິມ

ບາບິຄິວ

0

 ເຄື່ອງປະກອບ

1.       ຊີ້ນງົວ 1/2 ໂລ

2.       ຫອມບົ່ວໃຫຍ່ 3 ຂີດ

3.      ໝາກເຜັດໃຫຍ່ຫວານ 2 ຂີດ

4.       ໝາກເຂືອສີມ້ວງ 3 ຂີດ

5.       ໝາກເລັ່ນໃຫຍ່ 3 ຂີດ

6.       ເກືອ 1 ບ່ວງຊາ

7.       ນຳ້ຕານ 2 ບ່ວງແກງ

8.      ຊອດໝາກເລັ່ນ 2 ບ່ວງແກງ

9.       ໝາກນັດເຄິ່ງໜ່ວຍ

10.     ພິກໄທ 1/2 ບ່ວງຊາ

11.     ແປ້ງນົວ 1 ບ່ວງຊາ

12.     ພັກທຽມແຫ້ງ 3 ຫົວ

13.     ນຳ້ມັນຫອຍ 4 ບ່ວງແກງ

 

ການກະກຽມ

ຊີ້ນລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນ 4 ລ່ຽມ ເອືອບໃສ່ຜັກທຽມແຫ້ງ, ເກືອ, ພິກໄທ, ຊອດໝາກເລັ່ນ, ນຳ້ມັນຫອຍ, ເກືອ, ນຳ້ຕານ, ແປ້ງນົວ ເອືອບໄວ້ 1 ຊົ່ວໂມງ, ຜັກບົ່ວໃຫຍ່, ເຜັດຫວານ, ໝາກເຂືອ, ໝາກເລັ່ນ, ໝາກນັດ, ເຄື່ອງທັງໝົດລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນ 4 ລ່ຽມພໍດີ.

ວິທີປຸງ ບາບີຄິວ

ເອົາຊີ້ນ, ໝາກນັດ, ໝາກເຜັດ, ຜັກບົ່ວໃຫຍ່, ໝາກເລ່ນ, ໝາກເຂືອ ສຽບໃສ່ໄມ້ປິ້ງ ສຽບສັບຫວ່າງກັນ ນຳມາປິ້ງໄຟໃຫ້ສຸກ ໃຊ້ຮັບປະທານຮ້ອນໆ.

ວິທີເຮັດນຳ້ແຈ່ວ: ນຳ້ຊອດ, ນຳ້ແຈ່ວແມັກກີ້ ຫລື ແຈ່ວສົ້ມຫວານ

ບາບີຄິວ

ບາບີຄິວ

 

ແຊຣ.