ພິມ ພິມ

ບັນແສ່ວ

0

ສ່ວນປະສົມຂອງແຜ່ນ

  • ແປງເຂົ້າຈ້າວ: 1.5 ກິໂລ
  • ກະທິນຳ້ຫົວ: 0.5 ລິດ
  • ກະລິ່: 1 ບ່ວງຊາ
  • ໄຂ່ໄກ່: 6 ໜ່ວຍ
  • ຜັກບົ່ວຊອຍ, ຫອມປ້ອມຊອຍ

 

ສ່ວນປະກອບຂອງໄສ້

  • ຊິ້ນໝູ: 0.5 ກິໂລ
  • ຖົ່ວງອກ: 0.2 ກິໂລ
  • ເຫັດຫູໜູ: 0.2 ກິໂລ
  • ຫົວບົ່ວໃຫຍ່: 1 ຫົວ
  • ກະທຽມຕຳ: 2 ບ່ວງແກງ
  • ນຳ້ຕານ: 1 ບ່ວງແກງ
  • ສະອິວ: 1 ບ່ວງແກງ
ບັນແສ່ວ

ບັນແສ່ວ

ວິທີເຣັດ

  • ເອົອສ່ວນປະສົມຂອງແຜ່ນບັນແສ່ວທຸກຢ່າງປະສົມເຂົ້າກັນ
  • ເອົາສ່ວນປະສົມຂອງໄສ້ໄປຂົ້ວໃຫ້ເຂົ້າກັນ
  • ວິທີເຮັດແຜ່ນທານຳ້ມັນໃຫ້ທົ່ວກົ້ນໝໍ້ຂາງຕັ້ງໄຟໃຫ້ຮ້ອນແລ້ວຕັກເອົາສ່ວນປະສົມຂອງແຜ່ນບັນແສ່ວຖອກໃສ່ໝໍ້ແລ້ວຮ່ອນໄປມາເຫັນວ່າເປັນແຜ່ນດີແລ້ວເອົອຝາປິດໄວ້ 3 ນາທີແລ້ວເອົາໄສ້ມາໂຮຍໂສ່ແລ້ວພັກເປັນຮູບຕາມຕ້ອງການ
ແຊຣ.