- kinzapzap - http://www.kinzapzap.com -

ນຳ້ເຕົ້າຮູ

ເຄື່ອງປະກອບ

ນຳ້ເຕົ້າຮູ

ນຳ້ເຕົ້າຮູ

−       ຖົ່ວເຫຼືອງ                         1 ກິໂລ

−       ນຳ້ຕານ                         1,5 ກິໂລ

−       ​ໃບເຕີຍ                            5 ໃບ

−       ນຳ້                                 6 ລິດ

−       ເກືອ                               1/2 ບ່ວງແກງ

ວິທີເຮັດ ນຳ້ເຕົ້າຮູ

ຖົ່ວລ້າງນຳ້ມ່າປະມານ 3 ຊົ່ວໂມງ, ຫຼັງຈາກນັ້ນນຳມາໃສ່ເຄື່ອງປັ່ນ, ພ້ອມດ້ວຍນ້ຳຈຳນວນ 6 ລິດ ແລ້ວຕອງດ້ວຍຜ້າ 2 ຊັ້ນ ນຳໄປໜຶ້ງຈົນບໍ່ມີກິ່ນຖົ່ວ. ເອົານ້ຳຕານມາປະສົມກັບນຳ້ ເພື່ອເປັນນຳ້ ເຊື່ອມຕົ້ມໃສ່ໃບເຕີຍແລະເກືອ ເວລາຈະດື່ມເຕົ້າຮູ້ໃຫ້ນຳນຳ້ເຊື່ອມມາປະສົມ (ຖ້າມັກເຢັນກໍ່ໃຊ້ນຳ້ ກ້ອນ ຊຶ່ງເປັນເຄື່ອງດື່ມທີ່ບຳລຸງຮ່າງກາຍໄດ້ດີ).