- kinzapzap - http://www.kinzapzap.com -

ທອດກ້ຽວ

ເຄື່ອງປະກອບ

  • ​ແຜ່ນກ້ຽວ: 1/2 ກິ​ໂລ
  • ຊີ້ນໝູຕິດ​ມັນ: 0,3 ກິ​ໂລ
  • ​ເຫັດ​ຫອມ: 10 ດອກ
  • ມັນ​ຝຣັ່ງ: 0,3 ກິ​ໂລ
  • ກາ​ລົດ: 1 ຫົວ
  • ຫອມບົ່ວ​ໃຫຍ່: 1 ຫົວ
  • ສະອິວ: 1 ບ່ວງ​ແກງ
  • ​ເກືອ: 1 ບ່ວງ​ຊາ
  • ພິກ​ໄທ: 1 ບ່ວງ​ຊາ
  • ນຳ້ມັນ​ສຳ​ລັບຈືນ
  • ​ໄຂ່​ໄກ່: 1 ໜ່ວຍ
ທອດກ້ຽວ

ທອດກ້ຽວ

ການ​ກະກຽ​ມ

ຊີ້ນໝູລ້າງ​ນຳ້​ໃຫ້​ສະ​ອາດ​ຊອຍ​ແລ້ວ​ຟັກ​​ໃຫ້​ແຫຼກ​ ​ເຫັດ​ຫອມ​ແຊ່ນຳ້​ໃຫ້​ອ່ອນ​ຕັດ​ຕີນ​ອອກ​ແລ້ວ​ຊອຍ​​ເປັນ​ຕ່ອນ​ແລບໆ, ມັນຝຣັ່ງລ້າງ​ແລ້ວ​ຕົ້ມ​ໃຫ້​ສຸກ​ປອກ​ເປືອກ​ອອກຕຳ່​ໃຫ້​ແຫຼກ, ກາ​ລົດ, ຫົວຜັກ​ບົ່ວ​ໃຫຍ່​ຊອຍ​ບາງໆແລ້ວ​ຕັດ​ໃຫ້​ສັ້ນ.

ວິທີ​ປຸງ ທອດກ້ຽວ

​ເອົາ​ເຄື່ອງ​ປະກອບ​ທຸກ​ຢ່າງ​ມາ​ລວມ​ເຂົ້າກັນ ​ແລ້ວ​ໃສ່​ເຄື່ອງປຸງ​ຄົນ​ໃຫ້​ເຂົ້າກັນ, ນຳ​ເອົາ​ແຜ່ນ​ກ້ຽວມາຫໍ່​ໃສ່​ຊີ້ນ​ທີ່​ກຽມ​ໄວ້​ແລ້ວ​ພັບ​ສົ້ນ 4 ແຈ​ເຂົ້າ​ຫາ​ກັນ​ໃຫ້​ເປັນ​ລັກ​ສະ​ນະ​ດອກ​ໄມ້, ແລ້ວ​ນຳ​ໄປ​ຈືນ​ໃຫ້​ສຸກ​ຕັກ​ອອກປະ​ໄວ້​ໃຫ້​ສະ​ເດັດນຳ້ມັນ ຮັບປະທານ​ກັບ​ແຈ່ວ​ສົ້ມຫວານ.