- kinzapzap - http://www.kinzapzap.com -

ຕົ້ມຍຳອາວະກາດ

ເຄື່ອງປະກອບ

  • ປາ​ມຶກ​ຕັດ​ເປັນ​ຕ່ອນ 1 ຖ້ວຍນ້ອຍ
  • ກຸ້ງ​ປອກ​ເປືອກ​ 1 ຖ້ວຍ​ນ້ອຍ
  • ຫອຍ​ແມ່​ພູທັງ​ເປືອກ 10 ໜ່ວຍ
  • ປາ​ກະ​ພົງ​ຕັດ​ເປັນ​ຕ່ອນ 1 ຖ້ວຍ​ນ້ອຍ
  • ຫົວສີ​ໄຄ 4 ຫົວ
  • ໃບ​ຂີ້ຫູ​ດ 5 ໃບ
  • ນຳ້ໝາກຂາມປຽກ ຫຼື ໝາກນາວ​ຕາມ​ຈຳນວນ​ຕ້ອງການ
  • ນຳ້ປາ 4 ບ່ວງ​ແກງ
  • ນຳ້​ສຸບ 1 ຖ້ວຍ​ແກງ
  • ນຳ້ມັນ​ພືດ 1 ຖ້ວຍ​ນ້ອຍ
  • ຜັກບົ່ວແຫ້ງ 6 ຫົວ
  • ຜັກທຽມ​ແຫ້ງ 4 ຫົວ
  • ຫອມປ້ອມ 1 ມັດ
  • ໝາກ​ເຜັດ​ແຫ້ງ 8 ໜ່ວຍ
  • ໝາກ​ເຜັດ​ແດງ 2 ໜ່ວຍ
  • ເກືອ 1 ບ່ວງ​ແກງ
  • ແປ້ງ​ນົວ 1 ບ່ວງ​ຊາ
ຕົ້ມ​ຍຳ​ອາ​ວະ​ກາດ

ຕົ້ມ​ຍຳ​ອາ​ວະ​ກາດ

ການກະກຽມ

​ເອົາ​ນຳ້ມັນໃສ່ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ ເອົາ​ປາລົງ​ຈືນ​ໃຫ້​ສຸກ​ເຫຼືອງ​ເມື່ອ​ສຸກ​ແລ້ວ​ຕັກ​ຂື້ນ​ໃຫ້​ສະ​ເດັດ​ນຳ້ມັນ​ປະ​ໄວ້. ຕັກ​ນຳ້ມັນ​ອອກ​ໃຫ້​ເຫຼືອນ້ອຍໜຶ່ງ​ໃສ່​ປາ​ມຶກ, ກຸ້ງ, ຫອຍລົງ​ຂົ້ວ​ໃສ່​ພໍສຸກ​ຕັກ​ອອກປະ​ໄວ້​ໃບ​ຂີ້ຫູດ​ລ້າງນຳ້​ໃຫ້​ສະອາດ, ຫົວສີ​ໄຄປາດ​ເປັນ​ຕ່ອນ, ໝາກ​ເຜັດ​ສຽບ​ໄມ້​ປີ້ງ​ໃຫ້​ສຸກ ພ້ອມ​ດ້ວຍ​ຜັກ ບົ່ວ ແລະ ຜັກທຽມຕຳ​ເຂົ້າກັນ​ໃຫ້​ແຫຼກ, ຫອມປ້ອມ​ລ້າງ​ນຳ້​ໃຫ້​ສະອາດຕັດ​ເປັນ​ໃບ, ໝາກ​ເຜັດ​ແດງ ແກະ​ແກ່ນ​ອອກ​ຊອຍ​ເປັນ​ຕ່ອນ​ນ້ອຍ​ຍາວ.

ວິທີປຸງ ຕົ້ມ​ຍຳ​ອາ​ວະ​ກາດ

​ເອົານຳ້ມັນ​ໃສ່ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ​ ເອົາໝາກ​ເຜັດ​ທີ່​ຕຳ​ໄວ້​ລົງ​ໃສ່​ ພ້ອມ​ດ້ວຍນຳ້​ສຸບ ​ໃສ່​ໃບ​ຂີ້ຫູດ, ຫົວສີ​ໄຄ, ລົງ​ຕົ້ມ​ໃຫ້​ຫອມ​ໃສ່​ນຳ້ໝາກນາວຊີມ​ລົດ​ໃຫ້​ພໍ​ດີ​ ໃສ່​ປາ​ທອດ, ກຸ້ງ, ປາ​ມຶກ, ຫອຍ ທີ່ຈືນ​ໄວ້​ລົງ​ຕົ້ມ​ໃສ່​ໃຫ້​ເຂົ້າກັນ (ຖ້າ​ນຳ້ໜ້ອຍ​ໃຫ້​ຕື່ມນຳ້​ສຸບ​ອີກ​ກໍ່​ໄດ້) ພໍ​ໃຫ້​ມີ​ນຳ້​ເລັກ​ນ້ອຍ ຕັກ​ໃສ່​ຖ້ວຍ​ໂຮຍດ້ວຍ​ຫອມປ້ອມ, ໝາກ​ເຜັດ​ແດງທີ່​ຊອຍ​ໄວ້ (ຮັບປະທານ​ກັບ​ເຂົ້າ ຫຼື ເປັນຂອງ​ແກ້ມ​ກໍ່​ໄດ້).