- kinzapzap - http://www.kinzapzap.com -

ຕົ້ມຂາໄກ່

ເຄື່ອງປະກອບ

  1. ຕົ້ມ​ຂາ​ໄກ່

    ຕົ້ມ​ຂາ​ໄກ່

    ຊີ້ນ ຫຼື ຂາ​ໄກ່ 0,5 ກິ​ໂລ

  2. ກະທິໝາກພ້າວ 0,5 ກິ​ໂລ
  3. ຄ່າ​ອ່ອນຊອຍ​ບາງໆ 8 – 9 ປ່ຽງ
  4. ເຫັດ​ເຟືອງ 0,3 ກິ​ໂລ
  5. ໝາກ​ເຜັດ​ແດງ​ທຸບ​ພໍ​ແຕກ 8 ໜ່ວຍ
  6. ຫົວ​ສີ​ໄຄ​ຊອຍ​ສະຫຼຽງ 1 ຫົວ
  7. ໃບ​ຂີ້ຮູດຈີກ​ເສັ້ນ​ກາງ​ໃບ​ອອກ 5 ໃບ
  8. ຫອມປ້ອມ​ຊອຍ​ບາງໆ 1 ມັດ
  9. ນຳ້ຕານ 1 ບ່ວງ​ແກງ
  10. ນຳ້ປາ 4 ບ່ວງ​ແກງ
  11. ໝາກນາວ 2 ໜ່ວຍ
  12. ເກືອ 1/2 ບ່ວງ​ແກງ​

ວິທີປຸງ ຕົ້ມ​ຂາ​ໄກ່

ຊີ້ນລ້າງ​ນຳ້​ແລ້ວ​ຊອຍ​ເປັນ​ຕ່ອນ​ໃຫຍ່ພໍ​ສົມຄວນ ​ເອົາ​ນຳ້​ກະທິ​ໃສ່ໝໍ້ຄ້າງ​ໄຟ​ຟົດ, ບີບ​ກະທິ​ໄວ້ 1 ຖ້ວຍ. ໃສ່​ຄ່າ, ​ໃບ​ຂີ້ຫູດ, ຫົວສີ​ໄຄ ຕົ້ມ​ໄປ​ປະມານ 5 ນາທີ ເພື່ອ​ໃຫ້​ມີ​ກິ່ນ​ຫອມ ​ໃສ່​ໄກ່, ​ເຫັດ​ ປຸງ​ລົດ​ໃຫ້​ພໍດີ​ເວລາ​ຈະ​ປົງ​ໃສ່ໝາກ​ເຜັດ ​ແລະ ນຳ້​ຫົວ​ກະທິ ເວລາ​ຈະ​ເສີ​ບ​ໃຫ້​ໂຮຍ​ໃບ​ຂີ້ຫູດ ​ແລະ ຫອມປ້ອ​ມ​ໃສ່.