ພິມ ພິມ

ຕົ້ມເຄັມໝູ

0

ເຄື່ອງປຸງ

  • ຂາໝູ ຂູດເຜົາຂົນ ຕັດເປັນຕ່ອນໃຫຍ່ພໍຄວນຫຼືໃຊ້ຊີ້ນໝູ 3ຊັ້ນຕັດເປັນຕ່ອນໃຫຍ່ 3 ກກ.
  • ຜົງພະໂລ້ 1 ຊ່ອງ
  • ຫົວຂ່າແກ່ລ້າງທຸບພໍແຕກ 2-3 ຫົວ.
  • ຊີອີ້ວດຳຫຼືຊີອີ້ວຫວານເພຶ່ອແຕ່ງສີ 2-3 ບ່ວງ.
  • ຊອດພູເຂົາທອງ ແລະຊີອີ້ວຂາວ, ເກຶອປຸງແທນນຳ້ປາ.
  • ນຳ້ຕານລະລາຍ 4-5 ບ່ວງແກງ.
  • ຫົວຜັກທຽມ 4-5 ຫົວ ແກະຕຳເຂົ້າກັບໝາກພິກໄທ 1 ບ່ວງກາເຟ ບໍ່ແລກປານໃດກໍ່ໄດ້.
ຕົ້ມເຄັມໝູ

ຕົ້ມເຄັມໝູ

ວິທີເຮັດ ຕົ້ມເຄັມໝູ

ຂົ້ວຫົວຜັກທຽມໝາກພິກໄທ ໃສ່ນຳ້ມັນໜ້ອຍໜຶ່ງ ໃສ່ຜົ້ງພະໂລ້ ຂົ້ວເຮັດໄຟອ່ອນໆ ໃຫ້ ຫອມໃສ່ນຳ້ຕານມອດນຳ້ລົງນ້ອຍໜຶ່ງແລ້ວຂົ້ວຕໍ່ໄປໃຫ້ໜຽວ, ຊິດຊີອີ້ວດຳ, ໃສ່ຂາໝູຫຼືຊີ້ນໝູທີ່ຕຽມໄວ້ຄັ້ນເຂົ້າກັນໃຫ້ທົ່ວແລ້ວເອົາລົງຂົ້ວໃສ່ກັນໃນໝໍ້ ຈາກນັ້ນຈຶ່ງຕື່ມນຳ້ໃສ່ໃຫ້ຖ້ວມ ຂາໝູຫຼືຊີ້ນໝູແລ້ວເອົາເກຶອ, ຊອດພູເຂົາທອງແລະຊີອີ້ວຂາວໃສ່ໃຫ້ສີດຳພໍດີ ຖ້າຈະໃສ່ໄຂ່ ໃຫ້ຕົ້ມໄຂ່ໃຫ້ສຸກແລ້ວປອກເປືອກອອກຈາກນັ້ນຈຶ່ງເອົາລົງຕົ້ມໃສ່ໃນໝໍ້ຕົ້ມເຄັມ ຕົ້ມຕໍ່ໄປຈົນໄຟກາງ ເຮົາຄ່ອຍຕັກປວກທີ່ຟູμູ່ເທິງໝໍ້ນັ້ນຖິ້ມ ຕົ້ມຈົນຊີ້ນອ່ອນພໍດີຈຶ່ງປົງ.

ແຊຣ.