ພິມ ພິມ

ຕົ້ມຍຳລວມທະເລ

0
ຕົ້ມຍຳລວມທະເລ

ຕົ້ມຍຳລວມທະເລ

ເຄື່ອງປະກອບ

  • ກຸ້ງ: 1 ຂິດ
  • ປູທາເລ: 1 ໂຕ
  • ປາມຶກ: 1 ຂິດ
  • ຫອຍແມງພູ່: 1 ຂິດ
  • ປະກະພົງຂາວ: 1 ຂິດ
  • ນຳ້ປາ: 1 ບ່ວງແກງ
  • ນຳ້ໝາກຂາມປຽກ: 1/2 ຖ້ວຍນ້ອຍ
  • ນຳ້ຕານຊາຍ: 1 ບ່ວງຊາ
  • ເກືອ: 1 ບ່ວງຊາ
  • ໝາກເຜັດໃຫຍ່ແຫ້ງ: 5 ໜ່ວຍ
  • ຫົວຜັກບົ່ວແຫ້ງ: 7 ຫົວ
  • ຫົວຜັກທຽມແຫ້ງ: 1 ຫົວ
  • ໝາກເຜັດດິບແກງ: 7 ໜ່ວຍ
  • ກະປິ: 1/ 2 ບ່ວງຊາ
  • ນຳ້: 2 ຖ້ວຍ

ວິທີປຸງ ຕົ້ມຍຳລວມທະເລ

ກຸ້ງ, ປາມຶກ, ຫອຍ ລ້າງນຳ້ໃຫ້ສະອາດ ແລ້ວນຳໄປໜື້ງໃຫ້ສຸກ, ໝາກເຜັດແກະແກ່ນອອກແຊ່ນຳ້ໃຫ້ອ່ອນຟັກໃຫ້ແຫຼກ, ຫົວຜັກບົ່ວ, ຫົວຜັກທຽມແຫ້ງ ແກະກາບອອກຊອຍບາງໆຕຳໃຫ້ແຫຼກແລ້ວເອົາມາຕຳໃສ່ກັບໝາກເຜັດ, ກະປິ, ເກືອ ໃຫ້ເຂົ້າກັນເປັນເຄື່ອງແກງ.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ເອົາເຄື່ອງແກງລົງໃສ່ຄົນໃຫ້ລະລາຍ, ປຸງລົດດ້ວຍໝາກຂາມປຽກ ນຳ້ປາ, ຊີມລົດໃຫ້ພໍດີ ແລ້ວເອົາເຄື່ອງທະເລທີ່ໜື້ງໄວ້ໃສ່, ປົງລົງຮັບປະທານຮ້ອນໆ.

ແຊຣ.