- kinzapzap - http://www.kinzapzap.com -

ຕົ້ມຍຳປາຄໍ່

ເຄື່ອງປະກອບ

  • ປາໜັງ ຫຼື ປາຄໍ່: 1 ກິໂລ
  • ຂິງ ແລະ ຂ່າ ຢ່າງລະ: 1 ຫົວນ້ອຍ
  • ຜັກກາດດອງ: 1 ຕົ້ນ
  • ໝາກເລັ່ນ: 5 ໜ່ວຍ
  • ໝາກເຜັດຂີ້ໜູ: 5 ໜ່ວຍ
  • ຜັກບົ່ວສົດ: 5 ຕົ້ນໃຫຍ່
  • ເກືອ: 1 ບ່ວງແກງ
  • ນຳ້ມັນພຶດ: 1 ຕຸກນ້ອຍ
  • ຫົວສີໄຄ: 1 ຫົວ
  • ຫົວຜັກບົ່ວແຫ້ງ: 5 ຫົວ
  • ໝາກນັດ: ¼ ໜ່ວຍ
  • ກ້ານທູນ: ຫຼື ສາຍບົວ: 2 ກ້ານ
  • ຫອມປ້ອມ: 1 ມັດນ້ອຍ
  • ນຳ້ປາ: 2 ບ່ວງແກງ
  • ນຳ້ພິກເຜົາ: 2 ບ່ວງແກງ
  • ໝາກຂາມປຽກ

ຕົ້ມຍຳປາຄໍ່

ຕົ້ມຍຳປາຄໍ່

ວິທີປຸງ ຕົ້ມຍຳປາຄໍ່

ປາຄົວລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນໃຫຍ່ພໍສົມຄວນ ຈືນໃຫ້ສຸກເຫຼືອງ, ຫົວສີໄຄ, ຄ່າ, ຂິງໝົດໄຟໃຫ້ສຸກຫອມ ທູບພໍແຕກ, ຫົວຜັກບົ່ວ, ຜັກທຽມ ແກະກາບອອກຊອຍບາໆ ຈື້ນໃຫ້ເຫຼືອງກອບ ຕັກອອກໃຫ້ສະເດັດນຳ້ມັນ, ຜັກກາດດອງຊອຍເປັນຕ່ອນໃຫຍ່ພໍສົມຄວນ, ໝາກນັດຊອຍເປັນຕ່ອນໃຫຍ່ພໍສົມຄວນ, ໝາກເລັ່ນຊອຍເປັນຕ່ອນໃຫຍ່ພໍສົມຄວນ, ກ້ານທູນລອກກາບອອກ ຕັດເປັນຕ່ອນໃຫຍ່ພໍສົມຄວນ, ໝາກເຜັດທູບພໍແຕກ, ຮາກຫອມປ້ອມຊອຍແລບໆຕຳໃຫ້ແຫຼກ, ໃບຫອມປ້ອມເດັດເປັນໃບລ້ງນຳ້ໃຫ້ສະອາດ, ຜັກບົ່ວສົດຊອຍເປັນຕ່ອນຍາວພໍສົມຄວນ.

ເອົານຳ້ໃສ່ໝໍຄ້າງໄຟໃຫ້ໂຟດ ເອົານຳ້ພິກເຜົາ, ປາ, ເຄື່ອງປຸງທຸກຢ່າງໃສ່ພໍຟົດໃສ່ຜົກກາດດອງໝາກຂາມປຽກ, ໝາກນັດ, ໝາກເລັ່ນ ກ້ານທູນ ຕົ້ມໃຫ້ສຸກເຂົ້າກັນປຸງລົດໃຫ້ພໍດີ ເອົາຮາກຫອມປ້ອມ, ຜັກບົ່ວສົດ, ໃບຫອມປ້ອມ, ໝາກເຜັດຂີ້ໜູ ລົງໃສ່ແລ້ວປົງລົງ.