ພິມ ພິມ

ຍຳໄຂ່ຈືນ

0
ຍຳໄຂ່ຈືນ

ຍຳໄຂ່ຈືນ

ເຄື່ອງ​ປຸງ

  • ໄຂ່​ຈືນ​ກອບ 5 ໜ່ວຍ
  • ຫອມ​ໃຫຍ່​ຊອຍ 1/2 ຖ້ວຍ
  • ໝາກ​ເປັດ​ນ້ອຍ 10 ໜ່ວຍ
  • ນຳ້ໝາກ​ນາວ 2 ບ່ວງ
  • ນຳ້​ປາ 2 ບ່ວງ
  • ນຳ້​ຕານ 2 ບ່ວງ
  • ແຄລັອດຊອຍ​ເປັນ​ເສັ້ນນ້ອຍໆ 1/2 ຖ້ວຍ​
  • ໃບ​​ເຊີ​ນາ​ລີ່​ຊອຍ​ເປັນ​ທ່ອນ 2 ຕົ້ນ

 ວິທີ​ເຮັດ ຍຳໄຂ່ຈືນ

  1. ໄຂ່​ຈືນ​ກອບຕັດ​ເປັນ​ຕ່ອນ​ພໍດີ​ຄຳ
  2. ກຽມ​ນຳ້​ຍຳ ໝາກ​ເຜັດ​ທຸບ​ພໍ​ແຕກ ປະສົມ​ນຳ້​ປາ ນຳ້​ຕານ​ ນຳ້ໝາກ​ນາວ
  3. ​ເອົາ​ຂອງ​ທຸກ​ຢ່າງ​ປະສົມ​ລວມ ຄົນ​ໃຫ້​ເຂົ້າກັນ​ໃຫ້​ເຂົ້າ​ກັນ ຊິມ​ລົດ​ຊາດ ເພິ່ມເຕິມ​ໄດ້​ຕາມ​ມັກ
  4. ເວລາ​ຈັດ​​ເສີ​ບ ຮອງ​ດ້ວຍ​ຜັກ​ກາດ​ຫອມ ຫລື​ຮັບປະທານ​ກັບ​ເຂົ້າ​ຈ້າວ​ກໍ​ແຊບ​ດີ
ແຊຣ.