- kinzapzap - http://www.kinzapzap.com -

ຍຳເສັ້ນເຝີໃສ່ຜັກຫົມ

ເຄື່ອງປະກອບ

  • ເສັ້ນເຝີ : 100 g
  • ກາລົດ : 1 ຫົວ
  • ໝາກແຕງ : 1 ໜ່ວຍນ້ອຍ
  • ໝາກເລັ່ນນ້ອຍຫວານ : 12 ໜ່ວຍ (ຜ່າເຄີ່ງ)
  • ຜັກຫົມນ້ອຍ : 500 ml
  • ໃບບົວລະພາ : 1 ຕົ້ນ
  • ໝາກນາວ : 1 ໜ່ວຍ (ສຳລັບຝານເປັນປ່ຽງບາງໆ)

ເຄື່ອງປະກອບນຳ້ຍຳ

  • ນຳ້ຕານຊາຍແດງ : 2 ບ່ວງແກງ
  • ນຳ້ໝາກນາວ : 30 ml
  • ຖົ່ວດິນຂົ້ວ : 80 ml (ຕຳບໍ່ໃຫ້ມຸ່ນ)
  • ນຳ້ມັນແກ່ນຕາເວັນ ຫຼື ນຳ້ມັນພືດ : 60 ml
  • ຜັກຫອມປ້ອມຊອຍ : 30 ml
  • ນຳ້ປາ : 1 ບ່ວງແກງ
  • ນຳ້ສະອີວ : 1 ບ່ວງແກງ
  • ກະທຽມຊອຍ : 2 ບ່ວງກາເຟ
  • ໝາກເຜັດຊອຍໃສ່ຕາມໃຈ
ຍຳເສັ້ນເຝີໃສ່ຜັກຫົມ

ຍຳເສັ້ນເຝີໃສ່ຜັກຫົມ

ວິທີເຮັດ ຍຳເສັ້ນເຝີໃສ່ຜັກຫົມ

  1. ຕົ້ມນຳ້ໃຫ້ຝົດ ເອົາເສັ້ນເຝີໃສ່ ແລ້ວຍົກໝໍ້ອອກຈາກເຕົາ ປິດຝາໝໍ້ ແລ້ວປະໄວ້ປະມານ 7 ຫາ 8 ນາທີ. ລ້າງເສັ້ນເຝີໃສ່ນຳ້ເຢັນ ແລ້ວເອົາໃສ່ຕະແກງ ປະໃຫ້ສະເດັດນຳ້.
  2. ເຮັດນຳ້ຍຳ : ປະສົມນຳ້ມັນແກ່ນຕາເວັນ ກັບນຳ້ໝາກນາວໃສ່ຊາມ. ຄົນເຄື່ອງປະສົມທັງໝົດສຳລັບເຮັດນຳ້ຍຳລົງໄປ.
  3. ລ້າງປອກເປືອກ ແລ້ວຊອຍກາລົດ ແລະ ໝາກແຕງເປັນເສັ້ນ.
  4. ເອົາຜັກທີ່ຊອຍ ແລະ ເສັ້ນເຝີໃສ່ຊາມນຳ້ຍຳ, ຕາມດ້ວຍໝາກເລັ່ນ ແລະ ຜັກຫົມ ແລ້ວຊາວໃຫ້ເຂົ້າກັນ.
  5. ເວລາເສີບ ເອົາໃບບົວລະພາໂຮຍໝ້າ ແລະ ແຕ່ງດ້ວຍໝາກນາວທີ່ຝານເປັນປ່ຽງບາງໆ.