- kinzapzap - http://www.kinzapzap.com -

ຍຳປາມຶກ

ເຄື່ງປະກອບ

ປາມຶກ: 1 ກິໂລ

ຜັກທຽມດອງ: 1 ປຸກນ້ອຍ

ຫອມບົ່ວໃຫຍ່: 2 ຫົວ

ກາລົດ: 2 ຫົວ

ຫົວສີໄຄ: 2 ຫົວ

ຂີງ: 1 ຫົວນ້ອຍ

 

ຫອມບົ່ວໃບ, ຫອມປ້ອມ, ເຊີເນີລີ້: 1 ມັດ

ໝາກເຜັດນ້ອຍດິບແດງ: 15 ໜ່ວຍ

ຊອດໝາກເຜັດ: 1/2 ແກ້ວນ້ອຍ

ນຳ້ຕານ: 2 ບ່ວງແກງ

ນຳ້ປາ: 4 ບ່ວງແກງ

ໝາກນາວ: 4 ໜ່ວຍ

ເກືອ: 1/2 ບ່ວງແກງ

ວິທີປຸງ ຍຳປາມຶກ

ຍຳປາມຶກ

ຍຳປາມຶກ

ເອົາປາມຶກລ້າງໃຫ້ສະອາດ ຊອຍເປັນຕ່ອນພໍດີງາມ ນຳໄປລວກໃຫ້ສຸກຕັກອອກໃຫ້ສະເດັດນຳ້ຂີງ. ກາລົດ, ຫອມບົ່ວໃຫຍ່ເຄື່ອງທັງໝົດລ້າງໃຫ້ສະອາດຊອຍແລບໆປະໄວ້. ຫອມບົ່ວ, ຫອມປ້ອມ ແລະເຊ້ເນີລີ້ ລ້າງໃຫ້ສະອາດ ຊອຍເປັນຕ່ອນຍາວສະຫຼຽງ. ໝາກເຜັດນ້ອຍແດງ ຊອຍເປັນຕ່ອນ ນ້ອຍສະຫຼຽງ. ຜັກທຽມດອງຊອຍເປັນຕ່ອນນ້ອຍ ຕາມລວງຂວາງ. ໝາກນາວ ບີບເອົາ ນຳ້ປະໄວ້.

ນຳ້ຍຳ: ເອົານຳ້ຕານ ຕຳໃສ່ນຳ້ປາໃຫ້ເປືອຍ ປະສົມເກືອ, ຜັກທຽມດອງ, ຊອດໝາກເລັ່ນ ສີໄຄ, ມາກເພັດແດງ ແລະ ນຳ້ໝາກນາວ ປຸງໃຫ້ເປັນນຳ້ຍຳ. ນຳປາມຶກ, ນຳ້ຍຳມາຊາ ເຂົ້າກັນປຸງລົດ ໃຫ້ພໍດີໃສ່ໃບຫອມຕ່າງໆ.