ພິມ ພິມ

ຍຳຊີ້ນ

0

ເຄື່ອງປະກອບ

  1. ຊີ້ນງົວ 1 ກິໂລ
  2. ໝາກແຕງ 0.5 ກິໂລ
  3. ຫົວສີໄຄ 5 ຫົວ
  4. ຂິງ 1 ຫົວໃຫຍ່
  5. ພິກເຜົາ 2 ບ່ວງແກງ
  6. ໝາກເຜັດດິບແດງ 5 ໜ່ວຍ
  7. ນຳ້ຕານ 3 ບ່ວງແກງ
  8. ນຳປາ 4 ບ່ວງແກງ
  9. ຫອມລາບຊອຍແລ້ວ 1.5 ຖ້ວຍ
  10. ຜັກບົ່ວສົດ, ຜັກສະລັດ ຢ່າງລະ 1 ມັດ
  11. ຫອມປ້ອມ 1 ມັດ
  12. ຫອມບົ່ວໃຫຍ່ 0.5 ກິໂລ
  13. ໝາກນາວ 4 ໜ່ວຍ
  14. ເກືອ 1/3 ບ່ວງແກງ

ການກະກຽມ

ຊີ້ນລ້າງນຳ້ໃຫ້ສະອາດ ລືບເອັນອອກ, ປາດເປັນຕ່ອນໃຫຍ່ບາງສົມຄວນ ນຳໄປປິ້ງນຳ້ຕົກ ແລ້ວນຳມາ ຊອຍບາງສະຫລຽງປະໄວ້, ໝາກເຜັດຊອຍຍາວສະຫລຽງມາປະສົມກັບນຳ້ປາ, ໝາກນາວ, ພິກເຜົາ, ນຳ້ຕານ, ເກືອ ນຳເຄື່ອງທັງໝົດມາປະສົມເຂົ້າກັນໃຫ້ເປື່ອຍ ປຸງລົດໃຫ້ອອກລົດສົ້ມ ປະໄວ້ເປັນນຳ້ຍຳ, ນຳຂີງ, ສີໄຄ, ຫອມບົ່ວໃຫຍ່, ມາຊອຍບາງໆ, ຫອມບົ່ວຫອມປ້ອມລ້າງແລ້ວຊອຍສະຫລຽງ, ຜັກສະລັດລ້າງນຳ້ໃຫ້ສະອາດ.

ວິທີປຸງ ຍຳຊີ້ນ

ນຳຊີ້ນຊອຍແລ້ວມາຊາວໃສ່ຂີງ, ຫົວສີໄຄ, ຫົວຜັກບົ່ວໃຫຍ່ ແລະ ນຳ້ຍຳມາຊາວໃຫ້ເຂົ້າກັນພ້ອມດ້ວຍ ໃບຫອມຕ່າງໆ ຈັດໃສ່ຈານທີ່ມີຜັກສະລັດຮອງ ແຕ່ງໜ້າດ້ວຍໝາກເຜັດ ແລະ ໃບຜັກບົ່ວ.

ຍຳຊີ້ນ

ຍຳຊີ້ນ

 

ແຊຣ.