- kinzapzap - http://www.kinzapzap.com -

ຍຳກຸ້ງ

ຍຳກຸ້ງ

ຍຳກຸ້ງ

ເຄື່ອງປະກອບ

ວິທີປຸງ ຍຳກຸ້ງ

ກຸ້ງລ້າງນຳ້ໃຫ້ສະອາດ ແກະກາບອອກຜ່າຫຼັງເອົາເລັ້ນດຳອອກ, ໝາກເຜັດຂີ້ໜູ ທູບພໍແຕກ. ຂີງ, ຫົວສີໄຄ ລ້າງນຳ້ໃຫ້ສະອາດ ຊອຍປະໄວ້.

ເອົານຳ້ໃສ່ໝໍຄ້າງໄຟໃຫ້ຟົດ ແລ້ວເອົາກຸ້ງລົງລວກພໍສຸກຕັກຂື້ນໃຫ້ສະເດັດນຳ້, ເອົາຫອມຊອຍແລ້ວ, ຂີງ, ໝາກເຜັດ, ນຳ້ພິກເຜົາ, ນຳ້ໝາກນາວ, ນຳ້ປາ, ຄົນໃຫ້ເຂົ້າກັນ ແລ້ວຈີ່ງເອົາກຸ້ງລົງຄົນໃສ່ຈີ່ງເອົາຫົວສີໄຄ, ໃບຫອມລາບໃສ່ຄົນເບົາໆພໍທົ່ວ ຕັກໃສ່ຈານ ແຕ່ງໜ້າດ້ວຍໝາກເດັ່ນໝາກນັດ, ຜັກບົ່ວໃຫຍ່ໃສ່ໃຫ້ງາມ.