ພິມ ພິມ

ຍຳກຸ້ງ

0
ຍຳກຸ້ງ

ຍຳກຸ້ງ

ເຄື່ອງປະກອບ

  • ກຸ້ງ: 3 ຂິດ
  • ຫອມບົ່ວຊອຍແລ້ວ: ½ ຖ້ວຍນ້ອຍ
  • ໝາກເຜັດຂີ໊ໜູ: 15 ໜ່ວຍ
  • ນຳ້ໝາກນາວ: 3 ບ່ວງແກງ
  • ນຳ້ປາ: 1 ບ່ວງແກງ
  • ຂິງ: 1 ຫົວນ້ອຍ
  • ຫົວສີໄຄ: 2 ຫົວ
  • ນຳ້ພິກເຜົາ: 1 ບ່ວງແກງ
  • ຫອມລາບ ເດັດເປັນໃບ: ½ ຖ້ວຍນ້ອຍ

ວິທີປຸງ ຍຳກຸ້ງ

ກຸ້ງລ້າງນຳ້ໃຫ້ສະອາດ ແກະກາບອອກຜ່າຫຼັງເອົາເລັ້ນດຳອອກ, ໝາກເຜັດຂີ້ໜູ ທູບພໍແຕກ. ຂີງ, ຫົວສີໄຄ ລ້າງນຳ້ໃຫ້ສະອາດ ຊອຍປະໄວ້.

ເອົານຳ້ໃສ່ໝໍຄ້າງໄຟໃຫ້ຟົດ ແລ້ວເອົາກຸ້ງລົງລວກພໍສຸກຕັກຂື້ນໃຫ້ສະເດັດນຳ້, ເອົາຫອມຊອຍແລ້ວ, ຂີງ, ໝາກເຜັດ, ນຳ້ພິກເຜົາ, ນຳ້ໝາກນາວ, ນຳ້ປາ, ຄົນໃຫ້ເຂົ້າກັນ ແລ້ວຈີ່ງເອົາກຸ້ງລົງຄົນໃສ່ຈີ່ງເອົາຫົວສີໄຄ, ໃບຫອມລາບໃສ່ຄົນເບົາໆພໍທົ່ວ ຕັກໃສ່ຈານ ແຕ່ງໜ້າດ້ວຍໝາກເດັ່ນໝາກນັດ, ຜັກບົ່ວໃຫຍ່ໃສ່ໃຫ້ງາມ.

ແຊຣ.