- kinzapzap - http://www.kinzapzap.com -

ຊູບໜໍ່ໄມ້ຝຣັ່ງ

ເຄື່ອງປະກອບ

ຊຸບໜໍ່ໄມ້ຝຣັ່ງ

ຊຸບໜໍ່ໄມ້ຝຣັ່ງ

  1. ໜໍ່ໄມ້ຝຣັ່ງກະປອງ ຫລື ໜໍ່ໄມ້ສົດ 1/4 ຖ້ວຍນ້ອຍ
  2. ນຳຕົ້ມກະດູກໝູ 2 ຖ້ວຍນ້ອຍ
  3. ແປ້ງສາລີ 3 ບ່ວງແກງ
  4. ເບີ 3 ບ່ວງແກງ
  5. ເກືອ 1/2 ບ່ວງຊາ
  6. ພິກໄທ 1/4 ບ່ວງຊາ

ການກະກຽມ

ແປ້ງສາລີກອຍໃສ່ນຳ້ຕົ້ມກະດູກໝູປະໄວ້ ຫລື ຫລື ຈະຂົ້ວແປ້ງຜົງໃສ່ເບີເລີຍກໍ່ໄດ້, ໜໍ່ໄມ້ຝຣັ່ງຊອຍເປັນ ຕ່ອນ 4 ລ່ຽມນ້ອຍ ຂົ້ວໃສ່ແປ້ງ ຖ້າແມ່ນໜໍ່ໄມ້ສົດຊອຍແລ້ວນຳມາປັ່ນໃຫ້ລະອຽດ.

ວິທີປຸງ ຊຸບໜໍ່ໄມ້ຝຣັ່ງ

ເອົານຳ້ກະດູກໝູໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາແປ້ງລົງໃສ່ພ້ອມໜໍ່ໄມ້ ຄົນຕໍ່ໄປໃຫ້ແປ້ງສຸກ, ໃສ່ເກືອ, ພິກໄທ, ນົມສົດ ປົງລົງຕັກໃສ່ຖ້ວຍຊຸບທີ່ມີຈານຮອງ ເສີບຮ້ອນໆພ້ອມດ້ວຍເຂົ້າຈີ່.